ຜູ້​ແທນ​ຂອງກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ18ຂອງ​ພັກ​ກອມ​ມູນິດ​ຈີນ​​ຊົມ​ງານ​ວາງສະ​ແດງ​ຮູບ​ພາບ​ຂະໜາດ​ໃຫຍ່ທີ່​ມີ​ຫົວ​ຂໍ້​ວ່າ "ພັດທະນາ​ແບບ​ວິທະຍາສາດ ສ້າງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ"

(GMT+08:00) 2012-11-10 15:36:50     cri

ຕາມ​ຂ່າວCRI: ຕອນ​ແລ​ງວັນ​ທີ9ພະຈິກ​ນີ້, ບັນດາ​ຜູ້​ແທນ​ຂອງກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ18ຂອງ​ພັກ​ກອມ​ມູນິດ​ຈີນ​​ໄດ້​ເດີ​ນທາງ​​ໄປ​ຢ້ຽມ ຊົມ​ງານ​ວາງສະ​ແດງ​ຮູບ​ພາບ​ທີ່​ມີ​ຫົວ​ຂໍ້​ວ່າ"ພັດທະນາ​ແບບ​ວິທະຍາສາດສ້າງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ"ຢູ່​ຫໍ​ວາງສະ​ແດງ​ປັກ​ກິ່ງ. ງານ​ວາງ​ສະ​ແດງຄັ້ງ​ນີ້​ໄດ້​ປິ່ນ​ອ້ອມ​ສາຍ​ຫຼັກທີ່​ພັດທະນາ​ແບບ​ວິທະຍາສາດ, ​ໄດ້​ສ່ອງ​ແສງ​ເຖິງ​ການ​ປ່ຽນ​ແປງ​ດ້ານ​ປະຫວັດສາດ​ດ້ານ​ການ​ພັດທະນາ​ຂອງ​ສັງຄົມ​ຈີນ​​ໃນ​ທຸກ​ທິດ​ທາງ​ແລະ​ທຸກ​ແງ່​ທຸກ​ມຸມ, ​ໄດ້​ສະ​ແດງຜົນສຳ​ເລັດ​ຢ່າງ​ຍິ່ງ​ໃຫຍ່ທາງ​ດ້ານ​ການ​ກໍ່ສ້າງ​ສັງຄົມ​​ເສດ​ຖະກິດ​ແລະ​ພັກກອມ​ມູນິດ​ຈີນ​ໃນ10ປີ​ທີ່​ຜ່ານ​ມາ​ໄປ​ພ້ອມໆ​ກັນ​.



ຮູບ​ໜຶ່ງ: ຄະນະ​ຜູ້​ແທນ​ແຂວງ​ເຈີ້ຈ່ຽງຊົມ​ງານ​ວາງສະ​ແດງ​ຮູບ​ພາບ​ຂະໜາດ​ໃຫຍ່​ກ່ຽວ​ກັບ​ຜົນສຳ​ເລັດ​ດ້າການ​ພັດທະນາ​ແບບ​ວິທະຍາສາດ​ທີ່​ຈະ​ເລີ​ນຮຸ່ງ​ເຮືອງ


ຮູບ​ທີ2: ຄະນະ​ຜູ້​ແທນ​ແຂວງ​ເຈີ້ຈ່ຽງ​ເບິ່ງຊົມຮູບ​ແບບ​ຈຳລອງເຮືອນ​ຢູ່​ທີ່​ມີຄ່າ​ເຊົ່າ​ຖືກ​ຂອງນະຄອນຫຼວງ​ປັກ​ກິ່ງ

 


ຮູບ​ທີ3: ຜູ້​ແທນ​​ເຂົ້າຊົມ​ຮູບ​ແບບ​ຈຳລອງຈັກ​ດຳ​ນ້ຳ​ບັນທຸກ​ມະນຸດ​ທີ່​ມີ​ຊື່ວ່າ"ຈ່ຽວ​ໂລງ"

 


ຮູບ​ທີ4: ຜູ້​ແທນ​ເຂົ້າ​ຊົມຮູບ​ແບບ​ຈຳລອງລົດ​ໄຟ​ຄວາມ​ໄວ​ສູງທີ່​ມີ​ຊື່ວ່າ"​ເຮີ​ເຊ"​ຫຼືCRHຕ່າງໆ