ທ່ານຈູມມະລີ ໄຊຍະສອນ​ສົ່ງ​ໂທລະ​ເລກ​ຊົມ​ເຊີຍການ​​​ເລືອກ​ເອົາ​ຜູ້ນຳ​ແຫ່ງ​ລັດຈີນ​ຊຸດ​​ໃໝ່

(GMT+08:00) 2013-03-14 16:18:11     cri

​     ໂທລະ​ເລກ​ຊົມ​ເຊີຍ​ເຖິງ​ສະຫາຍ​ຫຼີຢວນຊາວ,
                     ຮອງ​ປະທານ​ປະ​ເທດ​ແຫ່ງ ສາທາລະນະ​ລັດ​ປະຊາຊົນ​ຈີນ

                                                                                                               ທີ່​ນະຄອນຫຼວງ​ປັກ​ກິ່ງສະຫາຍ​ທີ່​ຮັກ​ແພງ ​ແລະ ນັບຖື,
ເນື່ອງ​ໃນ​ໂອກາດ​ທີ່​ສະຫາຍ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່​ງ​ເປັນ​ຮອງ​ປະທານ​ປະ​ເທດ​ ​ແຫ່ງ​ສາທາ​ລະນະ​ລັດ ປະຊາຊົນ​ຈີນ, ຕາງໜ້າ​ໃຫ້​ລັດຖະບານ ​ແລະ ປະຊາຊົນ​ລາວ​ກໍ່​ຄື ​ໃນ​ນາມ​ສ່ວນ​ຕົວ​, ຂ້າພະ​ເຈົ້າ ຂໍ​ສົ່ງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ອົກ​ສຸດ​ໃຈ​ມາ​ຍັງ​ສະຫາຍ.

ການ​ທີ່​ສະຫາຍ​ໄດ້​ຮັບ​ເລືອກຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່​ງ​ອັນ​ສູງ​ສົ່ງ​ນີ້ ​ເປັນ​ການສະ​ແດງ​ເຖິງ​ຄວາມ​ໄວ້​ວາງ​ໃຈ ​ແລະ ການ​ຕີ​ລາຄາ​ສູງ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ຈີນ​ທີ່​ມີ​ຕໍ່​ສະຫາຍ.

ຂ້າພ​ະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ພາຍ​​ໃຕ້ການ​ນຳພາ​ຂອງ​ພັກ​ກອມມູນິດ​ຈີນ, ປະຊາຊົນ​ຈນອ້າຍ​ນ້ອງ​ຈະ​ປະສົບ​ຜົນສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ກວ່າ​ເກົ່າ​ໃນ​ການ​ສ້າງສາພັດທະນາ​ປະ​ເທດ​ຊາດ​ຂອງ​ຕົນ, ​ເຮັດ​ໃຫ້ ສ.ປ.ຈີນ ນັບ​ມື້ມີ​ຄວາມ​ເຂັ້ມ​ແຂງ ​ແລະ ມີ​ບົດບາດ​ພົ້ນ​ເດັ່ນ​ຂຶ້ນ​ໃນ​ພາລະກິດ ສັນຕິພາບ ​ແລະ ການ​ຮ່ວມ​ມື ​ເພື່ອ​ການ​ພັດທະນາ ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ​ອີກ​ດ້ວຍ.

 ຂໍ​ອວຍພອນ​ໃຫ້​ສະຫາຍ​ຈົ່ງ​ມີ​ສຸຂະພາບ​​ເຂັ້ມ​ແຂງ ​ແລະ ປະສົບ​ຜົນ​ສຳ​​ເລັດ​ໃໝ່​ໃຫຍ່​ຫຼວງ​ກວ່າ​ເກົ່າ ​ໃນ​ພາລະກິດ​ອັນ​ສູງ​ສົ່ງຂອງສະຫາຍ.

                                                                                                        ນະຄອນຫຼວງວຽງ​ຈັນ,ວັນ​ທີ 14 ມີນາ 2013
                                                                                                                                                ບຸນ​ຍັງ ວໍລະ​ຈິດ
                                                                                                                             ຮອງ​ປະທານ​ປະ​ເທດ​ແຫ່ງ
                                                                                                ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ


1 2