ກອງ​ປະຊຸມ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ວັກ​ໂຊ​ວີ​ໄດ້​ກ້າວ​ເຖິງ​ຂັ້ນ​ເຊັນ​ສັນຍາ​ແລ້ວ​ໄດ້​ອັດ​ລົງ

(GMT+08:00) 2013-11-24 14:16:58     cri
ຕາມ​ຂ່າ​ວສານ​ຊິນ​ຮວາ, ຕອນ​ຄ່ຳ​ວັນ​ທີ 23 ພະຈິກ​ນີ້, ຢູ່​ນະຄອນ​ຫຼວງວັກ​ໂຊ​ວີ​ຂອງ​ໂປ​ໂລຍ, ກອງ​ປະຊຸມ​ຝ່າຍ​ເຊັນ​ສັນຍາ​ຄັ້ງ​ທີ 19 ຂອງ "ສົນທິສັນຍາ​ຂອບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ສະຫະ​ປະຊາ​ຊາດ" ກໍ​ຄື ກອງ​ປະຊຸມ​ຝ່າຍ​ເຊັນ​ສັນຍາ​ຄັ້ງ​ທີ 9 ຂອງ "ອະນຸ​ສັນຍາ​ກຽວ​ໂຕ" ​ໄດ້​ກ້າວ​ເຖິງ​ຂັ້ນ​ເຊັນ​ສັນຍາ​ແລ້ວ​ອັດ​ລົງ.

​ເຖິງ​ວ່າຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ສົມ​ເຫດ​ສົມ​ຜົນ​ບາງ​ຢ່າງ​ທີ່​ປະ​ເທດ​ພວມ​ພັດທະນາສະ​ເໜີ​ອອກ​ມາ​ບໍ່​ໄດ້​ຮັບ​ການ​ຕອບ​ສະໜອງ​ໝົດ, ​ແຕ່​ຄະນະ​ຜູ້​ແທນ​ຈີນ​ກ່າວ​ວ່າ, ບໍ່​ວ່າການ​ເຈລະຈາ​ມີ​ຄວາມ​ຄືບ​ໜ້າ​ແນວ​ໃດ, ຈີນ​ລ້ວນ​ແຕ່​ຈະ​ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ແບບ​ກາກ​ບອນ​ຕ່ຳ.
ຄະນະ​ຜູ້​ແທນ​ຈີ​ນສະ​ເໜີ​ໃຫ້​ຮູ້​ວ່າ, ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ມີ​ການ​ຕົກລົງ​ສຸດ​ທ້າຍ​ຕໍ່ 3 ບັນຫາ​ສຳຄັນ​ທີ່​ຝ່າຍ​ຕ່າງໆ​ສົນ​ໃຈ​ນຳ ​ຄື ຂະ​ບວນການ​ແທ່ນດູ​ບັນ, ກົນ​ໄກ​ທົດ​ແທນ​ຄວາມ​ເສຍ​ຫາຍ ​ແລະ​ບັນຫາ​ເງິນ​ທຶນ, ​ໄດ້ຮັບຜົນ​ທີ່​ຝ່າຍ​ຕ່າງໆ​ລ້ວນ​ແຕ່ບໍ່ພໍໃຈ​ແຕ່​ຍັງ​ສາມາດ​ຮັບເອົາໄດ້.

ກອງປະຊຸມຄັ້ງນີ້ຈັດຂຶ້ນໃນວັນທີ 11 ພະຈິກນີ້, ​ຄວນ​ອັດ​ລົງ​ໃນ​ວັນ​ທີ 22 ພະຈິກນີ້​ຕາມ​ແຜນການ, ແຕ່​ຍ້ນ​ວ່າປະ​ເທດ​ທີ່​ໄດ້​ພັດທະນາ​ແລ້ວ​ກັບປະ​ເທດ​ທີ່ພວມ​ພັດທະນາ​ມີ​ຄວາມ​ຂັດ​ແຍ້ງກັນ​ຢ່າງ​ໃຫຍ່​ຫຼວງ ​ໃນ​ບັນຫາ​ສຳຄັນ​ຕ່າງໆ ​ເຊັ່ນ: ຫຼັກການ​ພື້ນຖານ​ແຫ່ງ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ກົນ​ໄກ​ທົດ​ແທນ​ຄວາມ​ເສຍ​ຫາຍ ​ແລະ​ບັນຫາ​ເງິນ​ທຶນ, ກອງ​ປະຊຸມຈິ່ງ​ຈຳ​ເປັນ​ຕ້ອງ​ປຶ​ກສາ​ຫາລື​ຕໍ່​ໄປ, ​ເລີຍ​ແກ່ຍາວ​ໄປ​ຮອດ​ຕອນ​ຄ່ຳ​ວັນ​ທີ 23 ພະຈິກ​ແລ້ວ​ຈິ່ງ​ອັດ​ລົງ.