ໃນ​ໄລຍະ​12ວັນ​ຜ່ານ​ມາ ສະໜາມ​ບິນ​ປາຍ​ຢູນກວາງ​ໂຈ່​ວຂົນ​ສົ່ງ​ຜູ້​ໂດຍ​ສານ​​ໂອກາດ​ບຸນກຸດ​ຈີນນັບ​ລວມ​ເກືອບ 2 ລ້ານ​ເທື່ອ​ຄົນ
2014-01-28 16:44:04  cri 
ຄຽງ​ຄູ່​ກັບ​ບຸນ​ກຸດ​ຈີນ​ປີ​ມະ​ເມຍ​ໃກ້​ຈະ​ວຽນມາ​ເຖິງ, ສະໜາມ​ບິນ​ປາຍ​ຢູນກວາງ​ໂຈ່​ວຂອງ​ຈີນ​ໄດ້​ຂົນ​ສົ່ງ​ຜູ້​ໂດຍສານ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ຢ່າງ​ຕໍ່​ເນື່ອງ, ​ໃນອີກ 2 ມື້​ຜ່ານ​ຕໍ່ໜ້ານີ້, ຈຳ​ນວນ​ຜູ້​ໂດຍສານ​ອອກ​ເດີນ​ທາງ​ກ່ອນ​ກຸດ​ຈີນ​ຈະ​ມີ​ຈຳ​ນວນ​ຫຼາຍ​ທີ່​ສຸດ. ວັນ​ທີ 27 ມັງ​ກອນ​ນີ້, ສະ​ໜາມ​ບິນ​ປາຍ​ຢູ​ກວາງ​ໂຈ່ວມີ​ຖ້ຽວ​ບິນ​ທັງ​ໝົດ 1282 ຖ້ຽວ,ຂົນ​ສົ່ງ​ຜູ້​ໂດຍສານ​​ໄດ້ເຖິງ 1 ​ແສນ 7 ໝື່ນ 5000 ​ເທື່ອ​ຄົນ, ​ເປັນ​ມື້​ທີ 4 ທີ່​ມີຈຳນວນ​ຜູ້​ໂດຍສານ​ຫຼາຍ​ກວ່າ 1 ​ແສນ 7 ໝື່ນ​​ເທື່ອ​ຄົນ.

ກ່ອນ​ບຸນກຸດ​ຈີນ​ໃນ​ແຕ່ລະປີ​ທີ່​ຜ່ານ​ມາ, ຜູ້​ໂດຍສານ​ທີ່​​ໃຊ້​ບໍລິການ​ຢູ່​ສະໜາມ​ບິນ​ປາຍ​ຢູນລ້ວນ​ແຕ່​ມີ​ຈຳນວນ​ເພີ່ມ​ຫຼາຍ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ສ່ວນ​ການ​ເພີ່ມ​ຂຶ້ນ​ຂອງ​ຜູ້​ໂດຍສານ​ໃນ​ປີ​ນີ້​ໄດ້​ຫຼາຍ​ກວ່າ​ຈຳນວນ​ທີ່​ຄາດ​ໄວ້​ລ່ວງ​ໜ້າ​ຢ່າງ​ຫຼວງ​ຫຼາຍ, ​ໃນ​ໄລ​ຍະ 12 ວັນ​ຜ່ານ​ມ​າ, ນັບ​ລວມ​ແລ້ວ​ໄດ້​ຂົນ​ສົ່ງ​ຜູ້​ໂດຍສານ 1 ລ້ານ 9 ​ແສນ 8 ໝື່ນ​​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 15,2%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ