ນາຍົກລັດຖະມົນຕີມາ​ເລ​ເຊຍ​ຮ່ວມ​ກັບ​ສະມາຄົມ​ຊາວ​ຈີນ​ຕ້ອນ​ຮັບ​ປີ​ໃໝ່​ປີ​ມະ​ເມຍ
2014-02-01 15:58:38  cri 
ວັນ​ທີ 31 ມັງກອນ​ ​ແລ້ວ​ນີ້​ກົງ​ກັບ​ມື້​ອອກ​ໃໝ່ 1 ຄ່ຳ ​ເດືອນ​ຈຽງປີ​ມະ​ເມຍ ຕາມ​ຈັນທະຄະຕິ​ຈີນ. ຕອນ​ເຊົ້າວັນ​ທີ 31 ມັງກອນ​ແລ້ວ​ນີ້, ທ່ານ​ນາ​ຈິບ​ຕູນ ຣາຊັກ ນາຍົກລັດຖະມົນຕີມາ​ເລ​ເຊຍ​ໄດ້​​ເດີນທາງ​ໄປ​ເຖິງ​ອາຄານ​ສະມາຄົມ​ຊາວ​ຈີນ​ມາ​ເລ​ເຊຍ​ທີ່​ໃຈກາງ​ນະຄອນຫຼວງ​ກົວ​ລາ​ລຳ​ເປີ​ຂອງ​ມາ​ເລ​ເຊຍ​ເພື່ອ​ເຂົ້າ​ຮ່ວມ​ກິດຈະກຳ​ອວຍພອນ​ປີ​ໃໝ່​ກຸດຈີນ​ທີ່​ຈັດ​ຂຶ້ນ​ໂດຍ​ສະ​ມາຄົມ​ຊາວ​ຈີນ​ມາ​ເລ​ເຊຍ.

ທ່ານ​ນາ​ຈິບ​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ, ​ເນື່ອງ​ໃນ​ໂອກາດ​ບຸນ​ກຸດ​ຈີນ​ປີ​ມະ​ເມຍ​ຕາມ​ຈັນທະຄະຕິ​ຈີນ​ວຽນມາ​ເຖິງ​ນີ້,ຂໍຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ແລະ​ອວຍ​ໄຊ​ໃຫ້​ພອນ​ຢ່າງ​ອົບ​ອຸ່ນ​ທີ່​ສຸດໄປ​ຍັງ​ປະຊາຊົນ​ຈີນ​, ຫວັງ​ວ່າການ​ພົວພັນ​ລະຫວ່າງ​ມາ​ເລ​ເຊຍ​ກັບ​ຈີນ​ຈົ່ງ​ມີ​ການ​ພັດທະນາ​ຫຼາຍຍິ່ງ​ໆ​ຂຶ້ນ​ໃນ​ປີ​ໃໝ່​ນີ້. ທ່ານ​ກ່າວວ່າ, ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນລະຫວ່າງ​ມາ​ເລ​ເຊຍ-ຈີນທີ່​ສ້າງ​ຕັ້ງ​ຂຶ້ນ​ໃນ 40 ປີ​ກ່ອນ,ມາ​ຮອດ​ປັດຈຸບັນ​ກຳລັງ​ມີ​ການ​ພັດທະນາ​ເຕີບ​ໂຕ​ຢ່າງ​ບໍ່​ຢຸດ​ຢັ້ງ. ພວກ​ຂ້າພະ​ເຈົ້າ​ຄອງ​ຄອຍ​ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ຜູ້ນຳ​ຈີນ​ເພື່ອ​ສ້າງ​ຄວາມ​ຈະ​ເລີນຮຸ່​ງ​ເຮືອ​ໃຫ້​ແກ່​ສອງ​ປະ​ເທດ​ມາ​ເລ​ເຊຍ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ