ຜູ້ນຳ​ຕ່າງປະ​ເທດ​ອວຍພອນ​ປີ​ໃໝ່​ຈີນ
2014-02-02 15:22:01  cri 

ເນື່ອງ​ໃນ​ໂອກາດ​ບຸນ​ກຸດ​ຈີນ​ປີ​ມະ​ເມຍ​ຕາມ​ຈັນທະຄະຕິ​ຈີນ​ໄດ້​ວຽນມາ​ເຖິງ, ຜູ້ນຳ​ຂອງ​ຫຼາຍ​ປະ​ເທດ​ໄດ້​ພາກັນ​ອວຍ​ພອນ​ປີ​ໃໝ່​ຈີນ​ແລະ​ອວຍ​ພອນ​ໃຫ້​ການ​ພົວ​ພັນ​ລະຫວ່າງ​ສອງ​ປະ​ເທດ​ຈົ່ງ​ມີ​ການ​ຂະຫຍາຍຕົວ​ຫຼາຍ​ກວ່າ​ເກົ່າ​ໃນປີ​ໃໝ່​ປີ​ມະ​​ເມຍນີ້.

ທ່ານ​ຊູຊີ​ໂລ ບຳບັງ ​ໂຢດ​ໂດ​ໂຢ​ໂນ ປະທານາທິບໍດີ​ອິນ​​ໂດ​ເນ​ເຊຍ​ໄດ້​ອອຍ​ພອນ​ປີ​ໃໝ່​ຕາມ​ຈັນ​ທະ​ຄະຕິ​ຈີນ​ຜ່ານ​​ເວັບ​ໄຊtwitter​ທາງ​ການ,ທ່ານ​ກ່າວ​ວ່າ, ສະບາຍດີ​ປີ​ໃໝ່​ກຸດ​ຈີນ! ຫວັງ​ວ່າ​ພວກ​ເຮົາ​ຈົ່ງ​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ​ແລະ​​ໄດ້​ຮັບ​ຜົນ​ສຳ​ເລັດ​ໃນ​ຕະຫຼອດ​ປີ​ໃໝ່​ນີ້.

ທ່ານ​ຮຸນ​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ​ໄດ້​ສົ່ງ​ສານ​ອວຍພອນ​ໄປ​ຍັງ​ສະມາຄົມ​ຊາວ​ຈີນ​ກຳປູ​ເຈຍ​ເພື່ອ​ອວຍພອນ​ໃຫ້​ຊາວ​ຈີນ​ຕ່າງ​ດ້າວທີ່ຢູ່​ກຳປູ​ເຈຍ​ແລະ​ຊາວ​ກຳປູ​ເຈຍ​ເຊື້ອສາຍ​ຈີນຈົ່ງ​ມີ​ຄວາມສຸກ​ໂຊກ​ດີ​ໃນ​ຕະຫຼອດ​ປີ​ໃໝ່​ນີ້.

ທ່ານ​ມາກ ຮາ​ເປີ ນາຍົກລັດຖະມົນຕີການາດາ​ໄດ້​ອອກ​ຖະ​ແຫຼ​ງການ​ໂດຍ​ສົ່ງພອນ​ໄຊ​ອັນ​ປະ​ເສີດ​ທີ່​ສຸດ​ໄປ​ຍັງ​ຊາວ​ກາ​ນາ​ດາ​ຊຶ່ງ​ລວມທັງ​ຊາວ​ກາ​ນາ​ຕາເຊື້ອສາຍ​ຈີນພ້ອມ​ດ້ວຍ​ປະຊາຊົນ​ທີ່​ສະຫຼອງ​ບຸນປີ​ໃໝ່​ຕາມ​ຈັນ​ທະ​ຄະຕິ​ໃນ​ທົ່ວ​ໂລກ​.

ນອກ​ນີ້, ທ່ານ​ຟຣານຊົວ ອ່ອນ​ລ໋ອງ ປະທານາທິບໍດີ​ຝະຣັ່ງ​ໄດ້​ອວຍພອນ​ປີ​ໃໝ່​ຕໍ່​ຊາວ​ຈີນ​​ແລະ​ຄົນ​ຝະຣັ່ງ​ເສື້ອ​ສາຍ​ຈີນ​ທີ່​ດຳລົງຊີວິດ​ຫຼື​ເຮັດ​ວຽກ​ຢູ່​ຝະຣັ່ງ​ໂດຍ​ຜ່ານ​ໜັງສືພິມEuropean Times. ທ່ານ​ນາງ​ຈູ​ລີ ບີ​ຊອບ ລັດຖະມົນຕີ​ວ່າກາ​ນກະຊວງ​ການ​ຕ່າງປະ​ເທດ​ອົສຕຣາລີ​ໄດ້​ຕາງໜ້າ​ໃຫ້​ທ່ານ ​ໂທ​ນີ ​ແອ​ເບີດ ນາຍົກລັດຖະມົນຕີອົສຕຣາລີ​ອວຍພອນ​ປີ​ໃໝ່​ຕໍ່​ເຂດ​ຊຸມ​ຊົນ​ຊາວອົສຣາຊີ​ເຊື້ອສາຍ​ຈີນ​ຢູ່ ​ໄຊ​ນາ​ທາວchinatown​ນະຄອນ​ຊິດ​ນີຂອງ​ອົສຕຣາລີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ