ເວທີປຶກສາຫາລືອາຊີໂປອາວປະຈຳປີ 2014 ໄດ້ເລີ່ມຕົ້ນຂຶ້ນໃນວັນທີ 8 ເມສານີ້, ໂດຍຈະດຳເນີນການປຶກສາຫາລືກ່ຽວກັບສະຖານະການເສດຖະກິດໃນອາຊີ ແລະ ໃນທົ່ວໂລກ ໂດຍປິ່ນອ້ອມສາມຫົວຂໍ້ຫຼັກ ເຊັ່ນ ການປະຕິຮູບ, ການປະດິດສ້າງ ແລະ ການພັດທະນາແບບຍືນຍົງ. ທ່ານຫຼີເຄີ້ສຽງ, ນາຍົກລັດຖະມົນຕີຈີນຈະກ່າວປາຖະກະຖາໃນພິທີເປີດປະຊຸມທີ່ຈະຈັດຂຶ້ນວັນທີ 10 ເມສານີ້.
ເຂົ້າຮ່ວມເວທີປຶກສາຫາລືໃນຄັ້ງນີ້ມີ: ທ່ານທອງສິງ ທຳມະວົງ, ນາຍົກລັດຖະມົນຕີລາວ, ທ່ານເກຣາລາ ຊານານາ, ນາຍົກລັດຖະມົນຕີຕີມໍເລັສເຕ, ທ່ານຫວູດຶກດາມ, ຮອງນາຍົກລັດຖະມົນຕີຫວຽດນາມ, ທ່ານໂທນີ ອັບໂບດ, ນາຍົກລັດຖະມົນຕີອົສຕຣາລີ ແລະຜູ້ນຳຕ່າງປະເທດທ່ານອື່ນໆອີກ.
ຫົວຂໍ້ຫຼັກຂອງເວທີປຶກສາຫາລືຄັ້ງນີ້ແມ່ນ "ອະນາຄົດໃໝ່ຂອງອາຊີ: ສະແຫວງຫາ ແລະ ປ່ອຍພະລັງແຮງພັດທະນາໃໝ່". ທ່ານໂຈ່ວເຫວີນຈົ້ງ, ເລຂາທິການໃຫຍ່ເວທີປຶກສາຫາລື ກ່າວວ່າ: ປີ 2014, ອາຊີແລະອົງກອນເສດຖະກິດທີ່ພັດທະນາໃໝ່ຈະຢູ່ໃນໄລຍະການປະຕິຮູບທີ່ສຳຄັນຫຼາຍ, ເຊັ່ນ ຈີນ, ອິນເດຍ ແລະ ອິນໂດເນເຊຍແລະປະເທດອື່ນໆ ລ້ວນແຕ່ສຸມກຳລັງແຮງຊຸກຍູ້ວາລະການປະຕິຮູບ. ພາຍໃຕ້ເບື້ອງຫຼັງຄືດັ່ງກ່າວນີ້, ເວທີປຶກສາຫາລືໄດ້ກຳນົດເອົາຫົວຂໍ້ດັ່ງກ່າວ ແລະຈັດໃຫ້ມີກອງປະຊຸມປຶກສາຫາລືຢ່າງເປັນທາງການ 60 ຄັ້ງ.
ໃນ "ບົດລາຍງານກ່ຽວກັບກຳລັງການແຂ່ງຂັນຂອງອາຊີປະຈຳປີ 2014" ທີ່ເຜີຍແຜ່ໃນເວທີປຶກສາຫາລືອາຊີໂປອາວ ໄດ້ເຜີຍໃຫ້ເຫັນວ່າ, ກຳລັງການແຂ່ງຂັນຂອງຈີນພວມຍົກສູງຂຶ້ນຢ່າງໝັ້ນທ່ຽງ, ວິສາຫະກິດຂອງຈີນຈະມີບົດບາດສຳຄັນຍິ່ງຂຶ້ນຢູ່ອາຊີ.