ນະຄອນຫລວງ​ຄອງ​ແຊ໊ມນັກຮຽນ​ເກັ່ງ​ຊັ້ນ​ມັດທະຍົມ​ສຶກສາ​ທົ່ວ​ປະ​ເທດ
2014-04-29 17:44:26  cri 
ໜັງສືພິມປະ​ເທດ​ລາວ​ລາຍ​ງານ: ການ​ສອບ​ເສັງ​ນັກຮຽນ​ເກັ່ງ​ຊັ້ນ​ມັດທະຍົມ​ສຶກສາລະດັບ​ຊາດ ມ4 ​ແລະ ມ7 ທົ່ວ​ປະ​ເທດ​ປະຈຳ​ສົກຮຽນ2013-2014 ​ເພື່ອ​ຊີງ​ທຶນ​ການ​ສຶກ​ສາ ​ທີ1 ຈະ​ໄດ້ຮັບທຶນ​ການ​ສຶກສາ 5 ລ້ານ​ກີບ, ທີ2:4ລ້ານ​ກີບ ​ແລະ ທີ3:3ລ້ານ​ກີບ. ນະຄອນຫລວງ​ວຽງຈັນ​ສາມາດ​ຍາດ​ໄດ້​ອັນ​ດັບ 1 ​ໃນ​ຫລາຍ​ວິຊາ​ທັງ ມ4 ​ແລະ ມ7, ພາຍຫລັງ​ໄດ້​ດຳ​ເນີນ​ການ​ສອບ​ເສັງ​ມາ​ແຕ່​ວັນ​ທີ 22 ​ຫາ​ວັນ​ທີ 25​ ເມສາ 2014 ນີ້​​ຢູ່​ທີ່​ຫ້ອງ​ສະ​ໂມ​ສອນ​ມະຫາວທະຍາ​ໄລ​ແຫ່ງ​ຊາດ. ກົມ​ມັດທະຍົມ​ກະຊວງ​ສຶກສາ​ທິການ​ແລະກິລາ ຈຶ່ງ​ໄດ້​ຈັດ​ພິທີ​ປະກາດ​ຜົນ​ການ​ສອບ​ເສັງ​ນັກຮຽນ​ເກັ່ງ​ຊັ້ນ​ມັດທະຍົມ​ສຶກສາ ​ໂດຍ​ມີ​ທ່ານ ລີ​ຕູ້ ບົວປາວ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກສາທິການ ​ແລະ ກິລາ, ມີ​ບັນດາ​ອະທິການ​ບໍດີ, ຫົວໜ້າກົມ, ຮອງກົມ,ຄູ-ອາຈານ, ພ້ອມ​ດ້ວຍ​ພໍ່​ແມ່​ຜູ້​ປົກຄອງ​ນັກຮຽນ ​ແລະ ນັກ​ສອບ​ເສັງ​ເຂົ້າຮ່ວມ.

ຜົນ​ການ​ສອບ​ເສັງ​ຊັ້ນ​ມັດທະຍົມ​ຕອນ​ຕົ້ນ, ມ4​ ຂອງໂຮງຮຽນ ມສ ພອນ​ສະຫວັນນະ​ຄອນ​ຫລວງ​ວຽງຈັນ​ສາມາດ​ຍາດ​ໄດ້​ອັນ​ດັບ 1: ວິຊາ​ພາສາລາ​ວ-ວັນນະຄະດີ ນ້ອງ​ນາງ ທິບພະສອນ ພິລາ​ພັນ​ເດດ, ອັນ​ດັບ​ທີ 2 ຕົກ​ເປັນ​ຂອງ​ແຂວງ​ບໍ່​ແກ້ວ ນາງ​ແສງ​ຍອດ ຂັດຕິຍະ​ວົງ ຈາກ​ໂຮງຮຽນ ມສ ສັນຕິພາບ, ​ແລະ ອັນ​ດັບ3​ໄດ້​ແກ່: ນາງ ທິດາ​ຈັນ ຄຳ​ມະນີຈັນ ​ໂຮງຮຽນ ມຕ ​ເມືອງ​ແປກ ​ແຂວງ​ຊຽງຂວາງ, ສ່ວນ​ວິຊາຄນິດສາດ ອັນ​ດັບ 1 ຍັງ​ຕົກ​ເປັນ​ຂອງ​ໂຮງຮຽນພອນ​ສະຫວັນ​ ໄດ້​ແກ່​ນາງ ສຸນິຕາ ພິມ​ມະ​ສອນ, ອັນ​ດັບ 2 ຈາກ​ຫລວງ​ພະ​ບາງ ທ້າວ ຢົວທໍ່ ​ໂຮງຮຽນ ມສ ນ້ຳ​ຖ້ວມ ​ແລະ ອັນ​ດັບ 3:ນາງ ​ໄໝ້​ໄຮ ​ແຊ​ຈ໋າວ ​ໂຮງຮຽນ ມສ ​ເມືອງ​ສີ​ງ ​ແຂວງ​ຫລວງ​ນ້ຳທາ, ສຳລັບ​ວິຊາ​ຟິຊິກ​ສາດ ​ໄຊ​ຍະບູີ​ລິ ສາມາດ​ຍາດ​ໄດ້​ອັນ​ດັບ 1  ທ້າວ ອຸດົມ​ສຸກ ​ໄຊ​ດວງ​ຕາ ຈາກ​ໂຮງຮຽນ ມຕ ມິດຕະພາບ, ອັນ​ດັບ 2 ຕົກ​ເປັນ​ຂອງ​ແຂວງ​ຜົ້ງ​ສາລີ ທ້າວ​ ສົມ​ພັນ ຢ່າກາວ້າ ​ໂຮງຮຽນ ມສ ນາ​ໄຊ, ​ແລະ ອັນ​ດັບ 3​ໄດ້​ແກ່:ທ້າວ ຖະໜອມ ມິດ​ປປະສົງ ມສ ວຽງຈັນ​ ນະຄອນຫລວງ​ວຽງຈັນ ​ແລະ ສ່ວນ​ອັນ​ດັບ 1 ວິຊາ​ເຄມີ​ສາດ ຕົກ​ເປັນ​ຂອງ​ແຂວງ​ອຸດົມ​ໄຊ ຈາກ​ໂຮງຮຽນ ມສ ​ແຂວງ ທ້າວ ຈິດຕະກອນ ບົວ​ເຈີ​ເຮີ,ອັນ​ດັບ 2 ມສ ນໍ້າ​ຖ້ວມ ​ແຂວງ​ຫລວງ​ພະ​ບາງ ທ້າວ ປໍ​ທໍ້ ​ແລ​ະ 3 ທ້າວ ສົມ​ຈີນ ຢ່າງ​ຈື່​ຕົງ ຈາກ​ໂຮງຮຽນ ມສ ນ້ຳຮອນ ​ແຂວງ​ວຽງຈັນ. ສໍາລັບ​ຊັ້ນ​ມັດ​ທະ​ຍົມຕອນ​ປາຍ ​ມ 7 ອັນ​ດັບ1,ວິຊາ​ພາສາ​ລາວ-ວັນນະ​ຄະ​ດີ​ໄດ້​ແກ່​ໂຮງຮຽນ ມສ ລາວ-ຫວຽດນາມ ນະຄອນ​ຫລວງ​ວຽງ​ຈັນ ນາງ ມຸກ​ທິດາ ​ແສງສີຣິຈັນ , ອັນ​ດັບ2 ​ແລະ 3 ​ແມ່ນ​ຈາກ​ໂຮງຮຽນ ​ມສ ສັນຕິພາບ ​ແຂວງ​ຫລວງ​ພະ​ບາງ ທ້າວ ຈັນ​ແດງ ທອງ​ສະ​ໄໝ ​ແລະ ທ້າວ ສອນ​ທະວີ ວິ​ໄລ​ສັກ ,ສ່ວນ​ວິຊາ​ຄະນິດສາດ​ອັນ​ດັບ 1: ຕົກ​ເປັນ​ຂອງ​ໂຮງຮຽນ ພອນ​ສະຫວັນ ​ແຂວງ​ຈໍາປາ​ສັກ ທ້າວ ນຸດ​ສະກາ​ຍິມມະ​ວົງ, ອັນ​ດັບ2: ຫລວງ​ພະ​ບາງ ຈາກ​ໂຮງຮຽນ ​ມສ ສັນຕິພາບ ທ້າວ ຊາຍ​ຫວ່າ​ງໜາວ​ກໍ ​ແລະ ອັບ3​ແມ່ນ: ມສ ວຽງ​ຈັນ ທ້າວ ​ເກີ​ສໍ່ ​ເສັງ​ລາວ ນະຄອນຫລວງ​ວຽງ​ຈັນ, ອັນ​ກັບ 1 : ສໍາລັບ​ວິ​ຊາ​ຟິຊິກ​ສາດ​ແມ່ນ​ຕົກ​ເປັນ​ຂອງ​ນະຄອນຫລວງ​ວຽງ​ຈັນ ຈາກ​​ໂຮງຮຽນ​ ມສ ວຽງ​ຈັນ ທ້າວ​ສຸກ​ຊະນະ ລາດ​ຕະກຸນ, ​ແຂວງ​ວຽງ​ຈັນ ຍາດ​ໄດ້​ອັນ​ດັບ 2 ຈາກ​ໂຮງຮຽນ ມສ ນໍ້າຮ້ອນ ທ້າວ​ຄໍາ​ປະ​ເສີດ ​ເພັງ​ຈະ​ເລີ​ນ ​ແລະ ອັນ​ດັບ 3 ​ເປັນ​ຂອງ​ຫລວງ​ພະ​ບາງ ຈາກ​ໂຮງຮຽນ ມສ ສັນຕິພາບ ທ້າວ ​ໄຊຊະນະ​ທໍ ​ແລະ ວິຊາ​ເຄມີ​ສາດ ນະຄອນ​ຫລວງວຽງ​ຈັນ ຍັງ​ສາມາດ​ໄດ້​ອັນ​ດັບ 1 ຈາກໂຮງຮຽນ ມສ ວຽງຈັນ ທ້າວ ນະຕິທອນ ຄໍາພາພົງສາ,ອັນດັບ 2 ເປັນຂອງ ທ້າວມ່າຢ່າງໄຟໂຮງຮຽນ ມສ ນໍ້າຮອນ ແຂວງວຽງຈັນ ແລະ ຜົ້ງສາລີ ສາມາດຍາດໄດ້ອັນດັບ 3: ທ້າວອຸເທດ ອິນຕະລາດ ຈາກໂຮງຮຽນ ມສ ອຸເໜືອ.

ສ່ວນ​ຜົນ​ການ​ແຂ່ງຂັນ​ຖາມ-ຕາບ​ວິທະຍາ​ດ ​ແລະ ຄວາມ​ຮູ້​ຮອບ​ຕົວ​ອັນ​ດັບ 1: ​ແມ່ນ​ນະຄອນ​ຫລວງ​ວຽງ​ຈັນ​, ອັນ​ດັບ2:​ແຂວງ​ສະຫວັນ​ນະ​ເຂດ, ອັນ​ດັບ3:​ແຂວງ​ຈໍາປາ​ສັກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ