
ວັນທີ 20 ສິງຫານີ້, ສະຖານທູດຈີນປະຈຳລາວໄດ້ຈັດງານລ້ຽງສົ່ງນັກສຶກສາລາວທີ່ໄດ້ຮັບທຶນລັດຖະບານ ສປ ຈີນສົກປີ 2015-2016. ທ່ານລີຕູ ປົວປາວ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການແລະກິລາ, ຮອງປະທານສະມາຄົມມິດຕະພາບລາວ-ຈີນ, ທ່ານສຸກກົງແສງ ໄຊຍະເລີດ ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານວິຈິດ ຊິນດາວົງ ຜູ້ຊ່ວຍລັດຖະມົນຕີວ່າການກະຊວງແຜນການແລະການລົງທຶນ, ຮອງປະທານຄະນະກຳມະການຮ່ວມມືລາວ-ຈີນໄດ້ເຂົ້າຮ່ວມງານລ້ຽງສົ່ງດັ່ງກ່າວ.

ທ່ານລີຕູ ປົວປາວ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການແລະກິລາ ສປປ ລາວໄດ້ສະແດງຄວາມຂອບໃນນຳພັກ,ລັດແລະປະຊາຊົນຈີນພ້ອມດ້ວຍສະຖານທູດຈີນປະຈຳລາວທີ່ໄດ້ໃຫ້ການສະໜັບສະໜູນແລະການຊ່ວຍເຫຼືອແກ່ວຽກງານການສຶກສາພ້ອມດ້ວຍການກໍ່ສ້າງຊັບພະຍາກອນມະນຸດຂອງລາວ, ແລະຫວັງວ່າ ນັກສຶກສາລາວທີ່ຈະເດີນທາງໄປຈີນຈົ່ງຮ່ຳຮຽນດ້ວຍຄວາມດຸໝັ່ນ, ເຄົາລົບປະຕິບັດຕາມກົດໝາຍຂໍ້ກຳນົດຂອງຈີນ, ພະຍາຍາມສ້າງຜົນຮຽນທີ່ດີເດັ່ນເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດລາວ ແລະເສີມຂະຫຍາຍມິດຕະພາບລາວ-ຈີນຕື່ມອີກ.

ທ່ານກ່ວນຮົວປິ່ງ, ເອກອັກຄະລັດຖະທູດຈີນປະຈໍາລາວ ກ່າວວ່າ: ມິດຕະພາບຈີນ-ລາວມີປະຫວັດອັນຍາວນານມາແຕ່ບູຮານນະການ, ໃນຊຸ່ມປີມໍ່ໆມານີ້, ການພົວພັນລະຫວ່າງສອງປະເທດໄດ້ຂະຫຍາຍ ຕົວຢ່າງໜັກແໜ້ນ, ການຮ່ວມມືໃນຂົງເຂດຕ່າງໆໄດ້ຮັບຜົນສໍາເລັດຢ່າງອຸດົມສົມບູນ.ຈີນສຸດທີ່ເອົາໃຈໃສ່ໃນການແລກປ່ຽນແລະການຮ່ວມມືດ້ານການສຶກສາມາໂດຍຕະຫລອດ ເຊິ່ງເປັນພາກສ່ວນ ໜຶ່ງທີ່ສຳຄັນໃນການຜົວພັນລະຫວ່າງສອງປະເທດ,ແລະກໍ່ໄດ້ໃຫ້ການສຶກສາແລະຝຶກອົບຮົມຜູ້ມີຄວາມຮູ້ຄວາມສາມາດຈໍານວນຫຼວງຫຼາຍແກ່ປະເທດລາວດ້ວຍການສະໜອງທຶນການສຶກສາແລະ ຈັດຊຸດຝຶກອົບຮົມໄລຍະສັ້ນ.
ທ່ານທູດກ່ວນຮົວປິ່ງຫວັງວ່າ, ນັກສຶກສາລາວທີ່ໄດ້ຮັບທຶນລັດຖະບານຈີນເຫຼົ່ານີ້ຈະຖະໜຸຖະໜອມໂອກາດທີ່ຫາຍາກ, ດຸໝັ່ນຮໍ່າຮຽນ, ຮັບຮູ້ແລະເຂົ້າໃຈຈີນຢ່າງຮອບດ້ານ, ແລະກາຍເປັນຜູ້ທີ່ສົ່ງຕໍ່ ມິດຕະພາບ ແລະສົ່ງເສີມການແລກປ່ຽນລະຫວ່າງປະຊາຊົນຈີນ-ລາວ. ພາຍຫຼັງສຳເລັດການຮຽນແລ້ວ ຈະສາມາດປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດສັງຄົມລາວ, ແລະເສີມສ້າງ ມິດຕະພາບລະຫວ່າງຈີນ-ລາວໃຫ້ແໜ້ນແຟ້ນກວ່າເກົ່າ.


















