ນາຍົກ​ຈີນ​ເຂົ້າຮ່ວມ​ເປັນ​ພະຍານ​ໃນ​ພິທີ​ລົງ​ນາມ​ໃນ​ເອກະສານ​ຜົນ​ການ​ເຈລະຈາ​ການ​ຍົກ​ລະດັບ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ
2015-11-23 10:03:23  cri 

ຕອນ​ບ່າຍ​ວັນ​ທີ 22 ພະຈິກ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີ ຈີນ ພ້ອມດ້ວຍຜູ້ນຳຂອງ 10 ປະເທດອາຊຽນໄດ້ ຮ່ວມກັນເປັນພະຍານໃນພິທີລົງນາມ​ໃນ​ອະນຸ​ສັນຍາ​ສາທາ​ລະນະ​ລັດ​ປະຊາຊົນ​ຈີນ ​ແລະ ສະມາຄົມປະຊາຊາດອາຊີຕາເວັນ ອອກສຽງໃຕ້ວ່າ​ດ້ວ​ຍ​ການ​ປັບປຸງ "ສັນຍາ​ຂອບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຢ່າງຮອບດ້ານ​ລະຫວ່າງ​ຈີນ-ອາ​ຊຽນ" ​ພ້ອມ​ດ້ວຍຂໍ້​ສັນຍາ​ບາງ​ຂໍ້ ເຊິ່ງ​ເປັນ​ເອກະສານ​ໝາກຜົນ​ແຫ່ງ​ການ​ສຳ​ເລັດການ​ເຈລະຈາ​ຮອບດ້ານ​ກ່ຽວ​ກັບ​ການ​ຍົກ​ລະດັບ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ ທີ່​ຈັດ​ຂຶ້ນຢູ່​ສູນ​​ປະຊຸມ​ສາກົນ​ກົວ​ລາ​ລຳ​ເປີ, ນະຄອນຫຼວງຂອງ​ມາ​ເລ​ເຊຍ. ທ່ານ​ກາວ​ຫູ​ເສິງ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ ​ແລະ ລັດຖະມົນຕີ​ເສດຖະກິດການ​ຄ້າຂອງ 10 ປະ​ເທດ​ອາ​ຊຽນ ​ໄດ້​ຕາງໜ້າ​ລັດຖະບານ​ຂອງ​ປະ​ເທດ​ຕົນ​ຮ່ວມ​ກັນ​ລົງ​ນາມ​ໃນ​ອະນຸ​ສັນຍາ​ດັ່ງກ່າວ.

ອະນຸ​ສັນຍາ​ກ່ຽວ​ກັບ​ການ​ຍົກ​ລະດັບ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ ​ແມ່ນ​ສັນຍາ​ຍົກ​ລະດັບ​​ເຂດ​ການຄ້າທີ່​​ໄດ້ສຳ​ເລັດຂັ້ນຕອນ​ການ​ເຊັນ​ສະບັບ​ທຳ​ອິດ​ບົນ​ພື້ນຖານ​ເຂດ​ການ​ຄ້າ​ເສລີ​ທີ່​ມີ​ຢູ່​ໃນ​ປັດຈຸບັນ​ຂອງ​ຈີນ, ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມຸ່ງ​ມາດປາຖະໜາ​ຮ່ວມ​ກັນແລະ​ຄວາມ​ຕ້ອງການຕາມ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ສອງ​ຝ່າຍ​ໃນ​ການ​ລົງ​ເລິກ​ແລະ​ຂະຫຍາຍ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ. ການ​ບັນລຸ​ຂໍ້​ຕົກລົງ​ແລະ​ລົງ​ນາມ​ໃນ​ອະນຸ​ສັນຍາ​ດັ່ງກ່າວ ຈະ​ເປັນ​ການ​ສະໜອງກຳລັງ​ແຮງ​ຊຸກດັນ​ໃຫ້​ແກ່​ການ​ພັດທະນາ​ເສ​ດຖະກິດ​ຂອງ​ສອງ​ຝ່າຍ, ມີ​ຜົນ​ດີ​ຕໍ່​ການ​ເລັ່ງລັດ​ການ​ສ້າງປະຊາ​ຄົມ​ຮ່ວມ​ຊາຕາກຳ​ຈີນ-ອາ​ຊຽນທີ່​ແໜ້ນ​ແຟ້ນກວ່າ​ເກົ່າ, ​ແລະ​ເຮັດ​ໃຫ້​ເປົ້າໝາຍ​ປີ 2020 ທີ່​ໃຫ້​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍບັນລຸ​ເຖິງ 1.000 ຕື້​ໂດ​ລາ​ສະຫະລັດ​ນັ້ນປາກົດ​ຜົນ​ເປັນ​ຈິງ, ພ້ອມ​ທັງ​ຈະ​ເປັນ​ການຊຸກ​ຍູ້ການ​ເຈລະຈາ "ສັນຍາ​ການ​ພົວພັນຄູ່​ຮ່ວມ​ເສດຖະກິດ​ຮອບດ້ານ​ຂອງ​ພາກ​ພື້ນ" (RCEP) ​ແລ ຂະ​ບວນການ​ສ້າງ​ເຂດ​ການ​ຄ້າ​ເສລີອ​າຊີ​ປາຊີ​ຟິກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ