ຈີນ​ແລະ​ອາ​ເມ​ລິ​ກາ​ໄດ້​ພ້ອມ​ກັນອະນຸມັດ"ສັນຍາ​ປາຣີ"
2016-09-04 12:30:22  cri 


ໃນ​ເດືອນ​ທັນວາ​ປີ 2015, ຜ່ານ​ການ​ເຈລະຈາ​ເປັນ​ເວລາ 2 ອາທິດ, ກອງ​ປະຊຸມ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ​ໄດ້​ເຊັນ"ສັນຍາ​ປາຣີ"ທີ່​ມີ​ຄວາ​ມໝາຍ​ຫຼັກ​ໝາຍ​ທາງ. ວັນ​ທີ 3 ກັນຍາ 2016 ນີ້, ຈີນ​ແລະ​ອາ​ເມ​ລິ​ກາ​ໄດ້​ພ້ອມ​ກັນອະນຸມັດ"ສັນຍາ​ປາຣີ"ທີ່​ແນ​ໃສ່​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ແລະ​ໄດ້​ຮ່ວມ​ກັນ​ຍື່ນ​ເອກະສານ​ອະນຸມັດ​ໃຫ້​ແກ່​ທ່ານ​ບັນ​ກີ​ມູນ ​ເລຂາທິການ​ໃຫຍ່​ອົງການ​ສະ​ຫະປະຊາ​ຊາດ ​ເຊິ່ງ​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​​ໃນການຮ່ວມ​ກັນ​ຮັບ​ມື​ກັບສິ່ງ​ທ້າ​ທາຍ​ທົ່ວ​ໂລກຂອງ​ປະຊາ​ຄົມ​ໂລກອີກ​ເທື່ອ​ໜຶ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ