ທ່ານສີຈີ້ນຜີງພົບປະກັບນາຍົກລັດຖະມົນຕີອິນເດຍ
2016-09-04 15:07:27  cri 

ວັນທີ 4 ກັນຍານີ້, ທ່ານສີຈີ້ນຜີງ ປະທານປະເທດຈີນໄດ້ພົບປະກັບທ່ານນາເຣັນດຼາ ໂມດີ, ນາຍົກລັດຖະມົນຕີອິນເດຍທີ່ພວມເຂົ້າຮ່ວມກອງປະຊຸມສຸດຍອດ G20 ທີ່ເມືອງຫາງໂຈ.

ທ່ານສີຈີ້ນຜີງກ່າວວ່າ, ຈີນຍິນດີຮ່ວມກັບອິນເດຍລົງເລິກການຮ່ວມມືພາຍໃນຂອບກຸ່ມ 20 ປະເທດ, ຮ່ວມກັນປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການຊຸກຍູ້ການເຕີບໂຕຂອງເສດຖະກິດ ແລະປັບປຸງການບໍລິການເສດຖະກິດທົ່ວໂລກໃຫ້ດີຂຶ້ນ. ຈີນສະໜັບສະໜູນອິນເດຍທີ່ໄດ້ດຳຄວາມພະຍາຍາມເພື່ອຈັດການພົບປະເທື່ອທີ 8 ລະຫວ່າງຜູ້ນຳປະເທດບຣິກ, ຫວັງວ່າອິນເດຍຈະຮ່ວມກັບຈີນຊຸກຍູ້ກອງປະຊຸມສຸດຍອດ G20 ຫາງໂຈໃຫ້ປະສົບຜົນສຳເລັດທີ່ຕັ້ງໜ້າ. ຈີນຍິນດີທຳຄວາມພະຍາຍາມກັບອິນເດຍ, ຊຸກຍູ້ໃຫ້ສາຍພົວພັນມິດຕະພາບແລະການຮ່ວມມືລະຫວ່າງສອງຝ່າຍມີຄວາມກ້າວໜ້າໃໝ່ຢ່າງບໍ່ຢຸດຢັ້ງ.

ທ່ານໂມດີກ່າວວ່າ, ການພົວພັນຄູ່ຮ່ວມມືຍຸດທະສາດອິນເດຍ-ຈີນມີຄວາມສຳຄັນຫຼ່າຍຕໍ່ສອງປະເທດ, ພາກພື້ນກໍ່ຄືທົ່ວໂລກ. ອິນເດຍຈະປະສານງານກັບຈີນ, ຊຸກຍູ້ກອງປະຊຸມສຸດຍອດ G20 ຫາງໂຈໃຫ້ປະສົບຜົນສຳເລັດທີ່ຕັ້ງໜ້າ. ຂະນະດຽວກັນ, ຕົນກໍຄອງຄອຍທ່ານປະທານສີຈີ້ນຜີງເດີນທາງເຂົ້າຮ່ວມການພົບເທື່ອທີ 8 ລະຫວ່າງຜູ້ນຳປະເທດບຣິກທີ່ຈະຈັດຂຶ້ນຢູ່ອິນເດຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ