ນາຍົກ​ເຢຍລະ​ມັນຫວັງ​ວ່າ​ຈັດການ​ເຈລະຈາ​ສອງ​ຝ່າຍ​ຢ່າງ​ກວ້າງຂວາງ​ຢູ່​ກອງ​ປະຊຸມ G20
2016-09-04 15:55:50  cri 
ວັນ​ທີ 3 ກັນຍາ​ນີ້, ​ເວັບ​ໄຊ​ຂອງ​ລັດຖະບານ​ເຢຍລະມັນ​ໄດ້​ປະກາດ​ວິ​ດີ​ໂອ​ຕອນ​ໜຶ່ງ​ທີ່​ທ່ານ​ນາງ​ແອ​ງ​ເຈີ​ລາ ​ເມີ​ແຄວ​ ນາຍົກລັດຖະມົນຕີ​ເຢຍລະ​ມັນໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ​ໃນ​ໂອກາດ​ດັ່ງກ່າວ​, ທ່ານ​ນາງ​​ເມີ​ແຄວ​ກ່າວ​ວ່າ, ຫວັງ​ວ່າ​ຈະດຳ​ເນີນ​ການ​ສົນທະນາ​ສອງ​ຝ່າຍ​ຢ່າງ​ກວ້າງຂວາງ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ທີ່​ທົ່ວໂລກ​ຜະ​ເຊີນ​ນັ້ນໃນ​ກອງ​ປະຊຸມ​ສຸດ​ຍອດ G20 ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ຫັງ​ໂຈ​ຂອງ​ຈີນ.

ທ່ານ​ນາງ​ເມີ​ແຄວ​ຊີ້​​ໃຫ້​ເຫັນ​ວ່າ, ຜູ້ນຳປະ​ເທດ​ສະມາຊິກ​ຂອງ​ກຸ່ມ 20 ປະ​ເທດ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ G20 ຫັງ​ໂຈ, ສະ​ແດງ​ໃຫ້​ເຫັນ​ຄວາມ​ປາດ​ຖະໜາ​ຂອງ​ຝ່າຍ​ຕ່າງໆ​ທີ່​ແກ້​ໄຂ​ບັນຫາ​ດ້ວຍ​ການ​ຮ່ວມ​ມື, ຕົນຫວັງ​ວ່າ​ຈະສາມາດ​ດຳ​ເນີນ​ການ​ສົນທະນາ​ສອງ​ຝ່າຍ​ໃນ​ໂອກາດ​ກອງ​ປະຊຸມ​ສຸດ​ຍອດ​ຫັງ​ໂຈ, ​ເພື່ອ​ຊຸກຍູ້​ການ​ແກ້​ໄຂ​ບັນຫາ​ອູ​ແກຼນ, ບັນຫາ​ຊີຣີ​ແລະ​ວິ​ກິດ​ການ​ຊາວ​ອົບ​ພະຍົບ.

ທ່ານ​ນາງ​ເມີ​ແຄວ​ຍັງ​ກ່າວ​ວ່າ, ​ເຢຍລະ​ມັນ​ຈະ​ເປັນ​ປະ​ເທດ​ປະທານໝູນ​ວຽນ​ຂອງ​ກຸ່ມ G20 ຊຸດ​ໜ້າ, ​ແລະ​ຈັດ​ກອງ​ປະຊຸມ​ສຸດ​ຍອດ G20 ຄັ້ງ​ທີ 12; ນອກຈາກ​ບັນຫາ​ຂົງ​ເຂດ​ເສດຖະກິດ​ແລ້ວ, ​ເຢຍລະ​ມັນ​ຈະ​ສຸມ​ໃສ່​ບັນຫາ​ຊົວ​ຍ້າຍ​ຖິ່ນແລະ​ຊາວ​ອົບ​ພະຍົບພາຍຫຼັງ​ເປັນ​ປະ​ເທດ​ປະທານ​ໝູນວຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ