ທ່ານ​ສີ​ຈິ້ນຜິ​ງກ່າວ​ວ່າ: ກອງ​ປະຊຸມ​ສຸ​ດຍອດ​ G20 ຄັ້ງ​ນີ້​ໄດ້​ບັນລຸ 3 "​ເທື່ອ​ທຳ​ອິດ"​ໃນ​ຂົງ​ເຂດ​ການ​ພັດທະນາ
2016-09-05 20:22:56  cri 
ຕາມ​ຂ່າວ CRI: ​ໃນ​ເວລາ​ເຂົ້າ​ຮ່ວມ​ພິທີ​ຖະ​​ແຫຼງຂ່າວທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 5 ກັນຍາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ: ຈີນ​ແມ່ນ​ປະ​ເທດ​ພວມ​ພັດທະນາທີ່​ໃຫຍ່​ທີ່​ສຸດ. ກອງ​ປະຊຸມ​ສຸ​ດຍອດ G20 ​ເມືອງ​ຫັງ​ໂຈ່​ວ​ໄດ້​ສະ​ແດງ​ໃຫ້​ເຫັນ​​ເຖິງ​ແງ່​ມຸມ​ມອງພັດທະນາ​ຢ່າງ​​ແຈ່ມ​ແຈ້ງ,​ແລະ​ໄດ້​ຮັບ​ໝາກຜົນ​ດ້ານ​ການ​ພັດທະນາຢ່າງ​ຫຼວງ​ຫຼາຍ. ປີ​ນີ້, ພວກ​ເຮົາ​ໄດ້​ບັນລຸ 3 "​ເທື່ອ​ທຳ​ອິດ"​ໃນ​ຂົງ​ເຂດ​ການ​ພັດທະນາ ຄື: ​ໄດ້ຈັດ​ເອົາບັນຫາ​ການ​ພັດທະນາ​ໄວ້​ຢູ່​ຖານະ​ອັນ​ພົ້ນ​ເດັ່ນ​ໃນ​ຂອບ​ນະ​ໂຍບາຍ​ມະຫາ​ພາກ​ທົ່ວ​​ໂລກ​ເປັນ​​ເທື່ອ​ທຳ​ອິດ;​ໄດ້​ວາງ​ແຜນປະຕິບັດງານວ່າ​ດ້ວຍ​ວາລະ 2030 ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງຂອງ​ອົງການ​ສະຫະ​ປະຊາ​ຊາດ​ເປັນ​ເທື່ອ​ທຳ​ອິດ,​ແລະ​ໄດ້​ຮ່ວມ​ກັນສະໜັບ​ສະ​ໜູນ​ການ​ຫັນ​ເປັນ​ອຸດສາຫະກຳ​ຢູ່​ອາ​ຟຼິກາ​ແລະ​ປະ​ເທດດ້ອຍ​ພັດທະນາເປັນ​ເທື່ອ​ທຳ​ອິດ. ທັງ​ໝົດ​ເຫຼົ່ານີ້​ມີ​ຄວາມ​ໝາຍ​ປະດິດ​ສ້າງ​ອັນ​ສຳຄັນ​ໃນ​ປະຫວັດສາດ​ຂອງ G20.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ