ກອງ​ປະຊຸມ​ສຸດ​ຍອດ B20 2016 ​ໄດ້ຮັບ​ໝາກ​ຜົນ​ຫຼາຍດ້ານ
2016-09-05 11:06:26  cri 

ກອງ​ປະຊຸມ​ສຸດ​ຍອດ​ອຸດສາຫະກຳ​ການ​ຄ້າ​ຂອງ​ກຸ່ມ 20 ປະ​ເທດ ຫຼື B20 2016 ​ໄດ້​ອັດ​ລົງ​ຢູ່​ເມືອງ​ຫັງ​ໂຈ່​ວ​ໃນ​ວັນ​ທີ 4 ກັນຍາ​ນີ້. ຂະນະ​ທີ່ທ່ານ​ຈ່ຽງ​ເຈິ່ງ​ເຫວີ​ຍ ປະທານ​ສະມາຄົມສົ່ງ​ເສີມການ​ຄ້າ​ຈີນ, ປະທານ​ກອງ​ປະຊຸມ​ສຸດ​ຍອດ B20 2016 ກ່າວ​ວ່າ: ກອງ​ປ​ະຊຸມ​ສຸດ​ຍອດ​ຄັ້ງນີ້​ໄດ້​ບັນລຸ​ຂໍ້​ຕົກລົງຫຼາຍດ້ານ ​ແລະ ​ໄດ້​ຮັບ​ໝາກຜົນ​ຢ່າງຫຼວງຫຼາຍ.

​ໃນ​ກອງ​ປະຊຸມ​ຄັ້ງນີ້​ຍັງ​ໄດ້​​ເຜີຍ​ແຜ່ "ບົດ​ລາຍງານຂອງ B20 ວ່າ​ດ້ວຍ​ການປະກອບ​ຄຳ​ຄິດ​ຄຳ​ເຫັນ​ຕໍ່​ນະ​ໂຍບາຍປີ 2016" ​​​ເຊິ່ງ​ໃນ​ບົດລາຍ​ງານນີ້​ໄດ້​ວາງ​ຂໍ້​ສະ​ເໜີ 20 ຂໍ້ ​ແລະ 76 ມາດຕະການ​ທີ່ລະອຽດ ​ໂດຍ​ປິ່ນ​ອ້ອມ​ 6 ຫົວ​ຂໍ້​ໃຫຍ່ ​ຄື ການ​ທະນາຄານຊຸກຍູ້​ການ​ເຕີບ​ໂຕ, ການ​ລົງທຶນ​ການ​ຄ້າ, ພື້ນຖານ​ໂຄງ​ລ່າງ, ການ​ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ, ການ​ປະກອບອາຊີບ ​ແລະ ການ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງຫຼວງ ​ເພື່ອສົ່ງ​ໃຫ້​ຜູ້ນຳ​ຂອງ​ປະ​ເທດ​ສະມາຊິກ G20 ຄົ້ນຄວ້າ​ພິຈາລະນາ.

ຂະນະ​ດຽວ​ກັນ, ທ່ານ​ຈ່ຽງ​ເຈິ່ງ​ເຫວີຍ ກໍ​​ໄດ້ມອບ​ສິດ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ B20 ຄັ້ງຕໍ່​ໄປ​ໃຫ້​ແກ່​ທ່ານ​ກຣີ​ໂລ ປະທານ​ສະຫະພັນ​ອຸດສາຫະກຳ​ເຢຍລະ​ມັນ ​ແລະ ທ່ານ​ບຣາວ ຮອງ​ປະທານ​ສະມາຄົມນາຍ​ຈ້າງ​ເຢຍລະ​ມັນ ​ໂດຍ​ຈະ​ຈັດ​ຂຶ້ນໃນ​ປີ 2017.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ