AIIB ຈະ​ຮ່ວມ​ມື​ກັບ​ອົງການ​ຈັດຕັ້ງສາກົນ​ຊຸກຍູ້​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ທົ່ວ​ໂລກ
2016-09-05 11:11:04  cri 

ກອງ​ປະຊຸມ​ສຸດ​ຍອດ B20 2016 ​ໄດ້​ອັດ​ລົງ​ແລ້ວ​ໃນຕອນ​ທ່ຽງ​ວັນ​ທີ 4 ກັນຍາ​ນີ້, ຂະ​ນະ​ທີ່​ທ່ານ​ຈິ່ນລີ້​ສິນ ຜູ້ອຳນວຍການ​ໃຫຍ່​ທະນາຄານ​ລົງທຶນພື້ນຖານ​ໂຄງ​ລ່າງ​ອາຊີ ຫຼື AIIB ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຢູ່​ເມືອງ​ຫັງ​ໂຈ່​ວ​ໃນ​ວັນ​ດຽວ​ກັນ.

ທ່ານ​ຈິ່ນລີ້​ສິນ ກ່າວ​ວ່າ: ກອງ​ປະຊຸມ​ສຸດ​ຍອດ G20 ​ຫັງ​ໂຈ່​ວ ຈະ​ສຸມ​ໃສ່​ຊຸກຍູ້​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ໃນ​ທົ່ວ​ໂລກ, ຂະນະ​ທີ່ AIIB ກໍ​ຫວັງ​ວ່າ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ອົງການ​ພັດທະນາຫຼາຍຝ່າຍ​ສາກົນ​ທີ່​ມີ​ຢູ່​ໃນ​ປັດຈຸບັນ ​ເພື່ອ​ຮ່ວມ​ຊຸກຍູ້​ການ​ກໍ່ສ້າງ "​ໂຄງການ​ພື້ນຖານ​ໂຄງ​ລ່າງ​ສີຂຽວ" ທີ່​ເປັນ​ມິດ​ຕໍ່ສິ່ງ​ແວດ​ລ້ອມ ​ແລະ​ບັນລຸ​ການ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຮ່ວມຢູ່​ອາຊີ​ກໍ​ຄື​ພາກ​ພື້ນ​ອື່ນ​ໃນ​ການ​ພັດທະນາ​ເສດຖະກິດ​ແລະ​ສິ່ງ​ແວດ​ລ້ອມ.

ທ່ານ​ຈິ່ນລີ້​ສິນ ກ່າວ​ຕື່ມ​ວ່າ: AIIB ຈະ​ພະຍາຍາ​ມຊຸກຍູ້ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຢູ່​ອາຊີ ​ແລະ ພາກ​ພື້ນ​ອື່ນໆ. ​ແນວ​ໃດ​ກໍ​ດີ, ​ ການ​ປະຕິ​ຮູບ​ແລະ​ເປີດ​ປະຕູສູ່​ພາຍ​ນອກ​ຂອງ​ຈີນ ໃນ 30 ກວ່າ​ປີຜ່ານມາ ​ໄດ້​ຮັບ​ການ​ສະໜັບສະໜູນ​ແລະ​ຊ່ວຍ​ເຫຼືອຈາກ​ກົນ​ໄກຫຼາຍຝ່າຍ​ສາກົນ​ທີ່​ມີ​ຢູ່​ໃນ​ປັດຈຸບັນ​ເຊັ່ນ​ກັນ. ຊູ່ມື້​ນີ້, ຈີນ​ໃນ​ຖານະ​ເປັນ​ກຸ່ມ​ເສດຖະກິດ​ໃຫຍ່​ອັນ​ດັບ​ສອງຂອງ​ໂລກ ​ໄດ້​ລິ​ເລີ່​ມສ້າງຕັ້ງ AIIB ​ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບຜິດຊອບ​ຂອງ​ຈີນ​ທີ່​ເປັນ​ປະ​ເທດ​ໃຫຍ່ ​ແລະ ຫວັງ​ຈະ​ປະກອບສ່ວນ​ຕໍ່​ທົ່ວ​ໂລກ​ໃຫ້ຫຼາຍກວ່າ​ເກົ່າ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ