ຜູ້​ຊ່ຽວຊານ​ອິນ​ເດຍ​ເຫັນ​ວ່າ ຈີນ​ພວມ​ເສີມ​ຂະຫຍາຍ​ບົດບາດນຳ​ພາ​ເສດຖະກິດ​ໂລກ
2016-09-05 16:39:58  cri 

ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ 20 ປະ​ເທດ ຫຼື G20 ຄັ້ງທີ 11 ​ໄດ້​ຈັດ​ຂຶ້ນຢູ່​ເມືອງ​ຫັງ​ໂຈ່​ວ ສປ ຈີນ​ໃນ​ວັນ​ທີ 4 ກັນຍາ​ນີ້, ​ທ່ານ ດຣ. ຊູ​ດິບ ຊິງ ຜູ້​ຊ່ຽວຊານ​ຊາວ​ອິນ​ເດຍ ຈາກ​ຄະນະ​ວິຊາການ​ເມືອງ ມະຫາວິທະຍາ​ໄລນິຕິສາດ-ລັດຖະສາດ​ຮວາ​ຕົ່ງ​ຈີນ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ຫຼື CRI ວ່າ: ຈີນ​ກຳລັງ​ພະຍາຍາມ​​ເສີມ​ຂະຫຍາຍ​ບົດບາດນຳ​ພາ​ເສດຖະກິດ​ໂລກ ​ແລະ​ນຳພາ​ທົ່ວ​ໂລກ​ບັນລຸ​ການ​ພັດທະນາ​ໂດຍ​ສັນຕິ.

ທ່ານ ດຣ. ຊູ​ດິບ ຊິງ ກ່າວ​ວ່າ: ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງນີ້ ບໍ່ພຽງ​ແຕ່​ມີ​ສະມາຊິກ​ກຸ່ມ 20 ປະ​ເທດ​ເຂົ້າຮ່ວມ​ເທົ່າ​ນັ້ນ, ຈີນ​ຍັງ​ໄດ້​ເຊີນ​ປະ​ເທດ​ພວມ​ພັດທະນາຫຼາຍປະ​ເທດ​ເຂົ້າຮ່ວມ​ນຳ​ອີກ​ດ້ວຍ ​ເຊິ່ງ​ແຕກ​ຕ່າງ​ຈາກ​ກອງ​ປະຊຸມ​ສຸດ​ຍອດ​ທຸກ​ຄັ້ງຜ່ານ​ມາ ​ແລະ​ພຽງ​ແຕ່​ເບິ່ງ​ບັນຊີ​ລາຍ​ຊື່​ຂອງ​ຜູ້​ແທນ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​​ແລ້ວ ກໍສາມາດ​​ເຫັນ​​ໄດ້ຄວາມ​ພະຍາຍາມ​ຂອງ​ຈີນ​​ໃນ​ການ​ຍົກ​ສູງ​ສິດ​ປະກອບ​ຄຳ​ເຫັນ​ໃນ​ສາກົນ​ຂອງ​ປະ​ເທດ​ພວມ​ພັດທະນາ ​ແລະຊຸກຍູ້​​ໃຫ້​ເສດຖະກິດ​ໂລກຟື້ນ​ຕົວ.

ທ່ານ​ຊູ​ດິບ ຊິງ ກ່າວ​ຕື່ມ​ວ່າ: ທ່າ​ທີ​ອັນ​ຈິງ​ຈັງ​ທັງ​ຕິດ​ແທດ​ຕົວ​ຈິງ​ຂອງ​ລັດຖະບານ​ຈີນ​ໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້າຍົກຍ້ອງ​ຊື່ນ​​ແລະຊົມ​ຢ່າງ​ເລິກ​ເຊິ່​ງມາ​ໂດຍ​ຕະຫຼອດ. ​ແນວ​ໃດ​ກໍ​ດີ, ຈີນ ​ແລະ ອິນ​ເດຍ​ ລ້ວນ​ແຕ່​ເປັນ​ປະ​ເທດສະມາຊິກ​ບຣິກສ໌ ​ແລະ ສະມາຊິກ​ກຸ່ມ 20 ປະ​ເທດ ຈະ​ສາມາດ​ຮ່ວມ​ມືກັນ ​ເພື່ອ​ຊອກ​ຫາ​ການ​ພັດທະນາ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ​ຊຸກຍູ້​ການ​ພັດທະນາ​ໂດຍ​ສັນຕິ​ໃນ​ພາກ​ພື້ນ ກໍ​ຄື​ໃນ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ