ຮອງລັດຖະມົນຕີກະຊວງການເງິນລາວກ່າວວ່າ: ຂໍ້ລິເລີ່ມ "ໜື່ງ   ແລວທາງໜຶ່ງເສັ້ນທາງ"ສອດຄ່ອງກັບກະແສຫຼັກແຫ່ງການພັດ  ທະນາຂອງໂລກ
2016-09-05 17:15:55  cri 

   

  ວັນທີ 4 ກັນຍານີ້ ໃນ​ໂອກາດໃຫ້ສຳພາດຕໍ່ນັກຂ່າວ cri ຢູ່ທີ່​ເມືອງຫາງໂຈວຂອງຈີນ, ທ່ານນາງທິບພະກອນ ຈັນທະວົງສາ ຮອງ
ລັດຖະມົນຕີກະຊວງການເງິນລາວກ່າວວ່າ, ຂໍ້ລິເລີ່ມ"ໜຶ່ງແລວທາງ ໜຶ່ງເສັ້ນທາງ"ເປັນຂໍ້ລິເລີ່ມເພື່ອຍູ້​ໜູນໃຫ້ແກ່ການເຊື່ອມສານແລະ
ເຊື່ອມໂຍງເສດຖະກິດຂອງພາກພື້ນເຊື່ອມຕໍ່ປະເທດຈີນກັບຫຼາຍອະນຸພາກພື້ນ, ທັງສອດຄ່ອງກັບກະແສຫຼັກແຫ່ງການພັດທະນາຂອງ
ໂລກ.

    ທ່ານນາງກ່າວວ່າ: "ຄວາມສຳຄັນອີກອັນໜຶ່ງຂອງຂໍ້ລິເລີ່ມອັນ ນີ້ແມ່ນວ່າ ໂລກນີ້ເຮົາຢູ່ ຜູ້ດຽວບໍ່ໄດ້, ຄັນຊັ້ນ ພວກເຮົາກໍ່ດີໃຈຫຼາຍ
ທີ່ມີຂໍ້ລິເລີ່ມນີ້, ແລະ ສປປ ລາວກໍ່ຈະຕ້ອງໄດ້ຍາດແຍ່ງ ເຮັດໃຫ້ມີໂຄງການດີໆມີຄຸນນະພາບມາສະເໜີຂໍການສະໜັບສະໜຸນຈາກຂໍ້
ລິເລີ່ມນີ້."

ທ່ານນາງທິບພະກອນ ຈັນທະວົງສາຊີ້ອອກວ່າ, ຈາກການຮ່ວມມືດ້ານພື້ນຖານໂຄງລ່າງ, ການດຶງດຶດທຶນຕ່າງ ປະເທດລວມ​ເຖິງການ
ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນຢ່າງຮອບດ້ານນັ້ນ,ປະເທດລາວໄດ້ຮັບຜົນປະ ໂຫຍດຫຼາຍຢ່າງຈາກການຊຸກຍູ້ການຜັນຂະ
ຫຍາຍຂໍ້ລິເລີ່ມດັ່ງກ່າວ ເຊິ່ງພົ້ນເດັ່ນທີ່ສຸດກໍແມ່ນໂຄງການທາງລົດໄຟລາວ-ຈີນ. ທ່ານ ເຜີຍໃຫ້ຮູ້ອີກວ່າໃນກອງປະຊຸມສຸດຍອດ
ອາຊຽນທີ່ຈະໄຂຂຶ້ນຢູ່ລາວໃນອີກບໍ່ທໍ່ໃດມື້ຕໍ່ໜ້ານີ້, ສອງຝ່າຍລາວຈີນຈະລົງ​ນາມ​ໃນເອກະສານຕ່າງໆເພື່ອຕົກລົງລາຍລະອຽດຂອງ
ໂຄງການດັ່ງກ່າວ, ອັນເປັນ ການອອກແຮງຊຸກຍູ້ໃຫ້ປະເທດລາວ ເຊື່ອມສານ ແລະເຊື່ອມໂຍງກັບບັນດາປະເທດ​ໃນອາຊີຕາເວັນອອກ
ສຽງໃຕ້, ທັງເປັນການເລີ່ມຕົ້ນທີ່ດີ ໃຫ້ ລາວຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລກາຍເປັນປະເທດ ທາງຜ່ານຂອງການໄປມາຫາ
ສູ່ກັນລະຫວ່າງບັນດາປະເທດ​ໃນອາຊຽນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ