ທ່ານ​ສີ​ຈິ້ນ​ຜີ​ງກ່າວ​ວ່າ: ກອງ​ປະຊຸມ​ສຸດ​ຍອດ G20 ຫັງ​ໂຈ່ວ​ໄດ້​ບັນລຸ​ຂໍ້​ຕົກລົງສຳຄັນ​ຢ່າງ​ຫຼວງ​ຫຼາຍ
2016-09-05 19:48:10  cri 
ຕາມ​ຂ່າວ CRI: ວັນ​ທີ 5 ສິງຫາ​ນີ້​ໃນ​ໂອກາດ​​ເຂົ້າ​ຮ່ວມ​ພິທີ​ຖະ​ແຫຼ​ງຂ່າວ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ແນະນຳຂໍ້​ຕົກລົງ​ຕ່າງໆແລະ​ໝາກຜົນທີ່​ສຳຄັນ​ທີ່​ບັນດາ​ຝ່າຍ​ຕົກລົງ​ກັນ​ໃນກອງ​ປະຊຸມ​ສຸດ​ຍອດ G20 ຫັງ​ໂຈ່​ວຄື: ບັນດາ​ຝ່າຍ​​​ຕັດສິນ​ໃຈ​ຊີ້​ທິດ​ທາງ​​ໃຫ້​ແກ່​ເສດຖະກິດ​ໂລກ​ແລະ​ວາງ​ແຜນການ​ພັດທະນາ, ຕົກລົງ​ສ້າງ​ຮູບ​ການ​ເຕີບ​ໂຕ​ໃໝ່, ​ເພີ່ມ​ພະ​ລັງຊຸກຍູ້​​ໃໝ່​​ໃນ​ການ​ພັດທະນາເສດຖະກິດ​ໂລກ. ຕັດສິນ​ໃຈ​ປັບປຸງການ​ຄຸ້ມ​ຄອງ​​ເສດຖະກິດ​ການ​ເງິນ​ຂອງ​ໂລກ​ໃຫ້​ສົມບູນ, ຍົກ​ສູງ​ຄວາມ​ສາມາດ​ຕ້ານ​ຄວາມ​ສ່ຽງ​​ເສດຖະກິດ​ຂອງ​ໂລກ, ຕັດສິນ​ໃຈ​ຊຸກຍູ້​ການ​ຄ້າ​ແລະ​ກາ​ນລົງທຶນ​ສາກົນ​ໃຫ້​ຟື້ນ​ຕົວ​ຄືນ​ໃໝ່, ສ້າງ​ເສດຖະກິດ​ໂລ​ກ​ແບບ​ເປີດ​ກວ້າງ, ຊຸກຍູ້​ການ​ພັດທະນາ​ແບບ​ກວມ​ລວມ​ແລະ​ມີ​ບົດບາດ​ຊຸກຍູ້​ກັນ, ​ເຮັດ​ໃຫ້​ໝາ​ກຜົນການ​ຮ່ວມ​ມື​ຂອງ​ G20 ມີຜົນ​ປະ​ໂຫຍ​ດຕໍ່​ທົ່ວ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ