ທ່ານ​ສີ​ຈິ້ນ​ຜີ​ງກ່າວ​ວ່າ: G20 ຕ້ອງການຫັນ​ປ່ຽນ​​ໃນ 3 ດ້ານ
2016-09-05 20:28:46  cri 
  ຕາມ​ຂ່າວ CRI: ວັນ​ທີ 5 ສິງຫາ​ນີ້​ໃນ​ໂອກາດ​ເຂົ້າ​ຮ່ວມ​ພິທີ​ຖະ​ແຫຼ​ງຂ່າວ, ທ່ານ​ສີ​ຈິ້ນ​ຜີງ ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ, ພາຍ​ໃຕ້​ສະຖານະ​ການ​ປັດຈຸບັນ, G20 ຄວນເສີມ​ຂະຫຍາຍ​ບົດບາດ​ເປັນ​ເວທີ​ຮ່ວມ​ມື​ເສດຖະກິດ​ສາກົນ​ຕົ້ນຕໍ​ໃຫ້​ດີກ​ວ່າ​ເກົ່າ, ຄວນ​ຫັນປ່ຽນ​ເປັນ​ກົນ​ໄກ​ການ​ຄຸ້ມ​ຄອງ​ທີ່​ມີ​ປະສິດທິ​ຜົນ​ໃນ​ໄລຍະ​ຍາວ​ຈາກ​ກົນ​ໄກ​ຮັບ​ມື​ກັບ​ວິ​ກິດ​ການ, ຈາກການ​ເນັ້ນ​ນະ​ໂຍບາຍ​ໄລຍະ​ສັ້ນ​ຫັນ​ປ່ຽນເປັນ​ການ​ເນັ້ນນະ​ໂຍບາຍທັງ​ໄລຍະ​ສັ້ນ, ​ໄລຍະ​ກາງ​ແລະ​ໄລຍະ​ຍາວ​ແລະ​ຈາກ​ການຄຸ້ມ​ຄອງດ້ານ​ຄວາມ​ຕ້ອງການ​ຫັນປ່ຽນ​ເປັນ​ການ​ປະຕິ​ຮູບ​ດ້ານ​ການ ສະໜອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ