ອັງກິດ​ຫວັງ​ປຶກສາ​ຫາລື​ສັນຍາ​ການ​ຄ້າ​ໃໝ່ກັບປະ​ເທດຕ່າງໆ​ຫຼັງ​ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ
2016-09-05 11:54:25  cri 
  ສຳນັກງານ​ນາຍົກລັດຖະມົນຕີອັງກິດ​​ໄດ້​ອອກ​ຖະ​ແຫຼ​ງການ​ໃນວັນ​ທີ 4 ກັນຍາ​ນີ້ວ່າ, ​ໃນ​ໄລຍະ​ຈັດ​ກອງ​ປະ​ຊຸມ​ສຸດ​ຍອດ G20, ທ່ານ​ນາງ ​ເທ​ເຣຊາ ​ເມ ນາຍົກ​ລັດຖະມົນຕີປະ​ເທດຕົນ​ຈະ​ປຶກສາ​ຫາລື​ສັນຍາ​ການ​ຄ້າ​ໃໝ່ກັບຜູ້ນຳປະ​ເທດ ອົສຕຣາລີ​ກໍ​ຄືປະ​ເທດ​ອື່ນໆ​ຫຼັງ​ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບທັງ​ເນັ້ນ​ປະ​ເທດ​ຕົນຕ້ອງ​ກາຍເປັນຜູ້ນຳ​ພາ​ການ​ຄ້າ​ເສລີ​ໃນ​ໂລກ.

  ຖະ​ແຫຼ​ງການ​ດັ່ງກ່າວ​ລະບຸ​ວ່າ, ທ່ານນາງ ເມ ຈະ​ຕັ້ງໜ້າ​ລິ​ເລີ່​ມການ​ຄ້າ​ເສລີ​ໃນກອງ​ປະຊຸມ​ເທື່ອ​ນີ້, ຂະນະ​ດຽວ​ກັນ​ປະ​ເທດ​ຕົນ​ກໍ​ພວມ​ຕັ້ງໜ້າ​ສ້າງ​ຕັ້ງ​ຄະນະ​ຜູ້​ຊ່ຽວ ຊານ​ເຈ​ລະ​ຈາ​ເພື່ອ​ສຸມ​ໃສ່ກະກຽມ​ສັນຍາ​ການ​ຄ້າ​ສອງ​ຝ່າຍ​ສະບັບ​ໃໝ່ກັບປະ​ເທດ​ຕ່າງໆຫຼັງ​ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ.

  ​ກ່ອນ​ໜ້າ​ນີ້, ອົສຕຣາລີ​ກໍ​ຫວັງຈະ​ສ້າງສັນ​ຍາ​ການ​ຄ້າ​ເສລີ​ກັບ​ອັງກິດໂດຍ​ໄວ​ຫຼັງ​ປະ​ເທດ​ດັ່ງກ່າວ​ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ