ກອງ​ປະຊຸມ G20 ຫັງ​ໂຈ່​ວກາຍ​ເປັນກອງ​ປະຊຸມ G20 "ກາກບ​ອນຕ່ຳ​" ຄັ້ງ​ທຳ​ອິດ​ໃນ​ປະຫວັດສາດ
2016-09-05 15:47:51  cri 
  ໃນ​ໄລຍະ​ດຳ​ເນີນກອງ​ປະຊຸມ​ສຸດ​ຍອດ​ກຸ່ມ 20 ປະ​ເທດ​ຫຼື G20, ຄາດ​ວ່າເມືອງ​ຫັງ​ໂຈ່​ວ ສປ ຈີນຈະ​ປ່ອຍ​ກາກບອນດິອັອກຊິດ​ປະມານ 6,674 ​ໂຕນ. ​ແນວ​ໃດ​ກໍ​ດີ​ປັດຈຸບັນ​ໄດ້ປະຕິບັດ​ໂຄງການ​ຫຼຸດ​ລະດັບ​ທາດ​ກາກບ​ອນດ້ວຍ​ການປູກ​ຕົ້ນ​ໄມ້ຢູ່​ເມືອງ​ດັ່ງກ່າວ ເພື່ອ​ຫຼຸດ​ຜ່ອນ​ການ​ປ່ອຍ​ກາກບ​ອນໃນ​ໄລຍະ​ຈັດ​ກອງ​ປະຊຸມ. ຈາກ​ນີ້, ກອງ​ປະຊຸມ G20 ຫັງ​ໂຈ່​ວຈຶ່ງກາຍ​ເປັນກອງ​ປະຊຸມ G20 ກາກບ​ອນຕ່ຳ​ຄັ້ງ​ທຳ​ອິດ​ໃນ​ປະຫວັດສາດ.

  ຂ່າວ​ແຈ້ງວ່າ, ການ​ຫຼຸດ​ລະດັບ​ທາດ​ກາກບ​ອນ​​ໄດ້​ເນັ້ນ​ໃຫ້​ວິ​ສາ​ຫະກິດ, ອົງການ​ຈັດ​ຕັ້ງ​ຫຼື​ບຸກຄົນ​ປູກ​ຕົ້ນ​ໄມ້, ປະຢັດ​ພະລັງງານ​ແລະ​ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ຜິດ​ເຮືອນ​ແກ້ວ​ຫຼື​ຊື້​ສິນ​ເຊື່ອ​ການ​ປ່ອຍ​ກາກບ​ອນຫຼັງ​ວັດ​ແທກ​ກາກບອນດິອັອກຊິດທີ່​ຕົນ​ຜະລິດ​ໂດຍ​ກົງ​ຫຼືທາງ​ອ້ອມ​ໃນ​ການ​ຜະລິດ​ແລະ​ດຳ​ເນີນ​ທຸລະ​ກິດ ​ເພື່ອ​ຫຼຸດຜ່ອນ​ການ​ປ່ອຍ​ກາກບ​ອນ​ແລະ​ບັນລຸ​ການ​ປ່ອຍ​ກາກບ​ອນ​ເປັນ​ສູນ.

  ປັດຈຸບັນການ "​ຫຼຸດ​ລະດັບ​ທາດ​ກາກບ​ອນ" ​​ໃນ​ຖານະ​ທີ່​ເປັນ​ຮູບ​​ແບບ​ອະນຸລັກ​ສິ່ງ​ແວດ​ລ້ອມ​​ແບບໃໝ່ໄດ້​ກາຍ​ເປັນທຳນຽ​ມສາກົນ​ໃນ​ການ​ຈັດ​ກອງ​ປະຊຸມ​ແລະ​ ກິລາລະດັບສາກົນ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ