​ປະທານາທິບໍດີຣັດ​ເຊຍ​​ມອບຂອງຂວັນໃຫ້ແກ່ປະທານ​ປະ​ເທດ​ຈີນ
2016-09-05 16:30:07  cri 

  ​ເວັບ​ໄຊ sputniknews ຂອງຣັດ​ເຊຍ​ລາຍ​ງານ​ໃນ​ວັນ​ທີ 4 ກັນຍາ​ນີ້​ວ່າ, ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ G20 ຢູ່​ເມືອງ​ຫັງ​ໂຈ່​ວ ສປ ຈີນ, ທ່ານ ວຼາດີເມຍ ປູຕິນ ປະທານາທິບໍດີຣັດ​ເຊຍ​ໄດ້ມອບ​ກະ​ແລັມຣັດ​ເຊຍ​ແກັດ​ໜຶ່ງເປັນ​ຂອງຂວັນ​ໃຫ້​ແກ່​ທ່ານ ສິຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ.

  ​ເວັບ​ໄຊ sputniknews ລາຍ​ງານ​ວ່າ, ​ໂອກາດ​ພົບ​ປະ​ສອງ​ຝ່າຍ​ລະຫວ່າງຣັດ​ເຊຍ-ຈີນ, ທ່ານ ປູຕິນ ກ່າວ​ວ່າ, ຕົນ​​ຮູ້ວ່າ​ຄົນ​ຈີນ​ມັກກິນ​ກະ​ແລັມຣັດ​ເຊຍທີ່​ສຸດ​ຫຼັງ​ໄດ້​ລົມ​ກັບ​ນັກທຸລະກິດ​ຈີນ​ຢູ່​ເມືອງ​ວຼາດີ​ໂວ​ສຕອກປະ​ເທດ​ຕົນ. ຈາກ​ນີ້​ຈຶ່ງ​​ເລືອກ​ເອົາ​ກະ​ແລັມຣັດ​ເຊຍ​ເປັນຂອງຂວັນ​ໃຫ້​ແກ່​ທ່ານປະທານ ​ສິຈິ້ນ​ຜິ​ງ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ