ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ: ກອງ​ປະຊຸມ​ສຸດ​ຍອດ G20 ຫັງ​ໂຈ່​ວ​ໄດ້​ບັນລຸ​ເປົ້າໝາຍ​ທີ່ຄາດໄວ້
2016-09-05 20:02:53  cri 
  ຕາມ​ຂ່າວ CRI: ​ໃນ​ໂອກາດ​ເຂົ້າ​ຮ່ວມ​ພິທີ​ຖະ​ແຫຼ​ງຂ່າວ​ໃນ​ວັນ​ທີ 5 ກັນຍາ​ນີ້, ທ່ານ ສິຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ກອງ​ປະຊຸມ G20 ​ເທື່ອ​ນີ້​ໄດ້​ຈັດ​ຂຶ້ນ​ໃນ​ໄລຍະ​ສຳຄັນສຳລັບ​ການ​ເຕີບ​ໂຕຂອງເສດຖະກິດ​ໂລກ​ແລະການປ່ຽນ​ຮູບ​ແບບ​ພັດທະນາ​ຂອງ​ກຸ່ມ 20 ປະ​ເທດ​ຫັນ​ແລະ​ໄດ້​ຮັບ​ຄວາມ​ສົນ​ໃຈຢ່າງ​ກວ້າງຂວາງ​ຈາກ​ປະຊາ​ຄົມ​ໂລກ​, ຂະນະ​ດຽວ​ກັນ​ກໍ​ໄດ້ຮັບ​ຄວາມ​ຄາດ​ຫວັງຈາກຝ່າຍ​ຕ່າງໆ​. ​ໃນ​ໄລຍະ​ດຳ​ເນີນກອງ​ປະຊຸມ​, ຜູ້ນຳບັນດາ​ປະ​ເທດ​ສະມາ​ຊິກ​ແລະປະ​ເທດ​ແຂກ​ຮັບ​ເຊີນ​ແລະ​​ເຈົ້າ​ໜ້າ​ທີ່​ອົງການ​ຈັດ​ຕັ້ງ​ສາກົນ​ໄດ້​ປິ່ນ​ອ້ອມ​ຫົວ​ຂໍ້ຂອງ​ກອງ​ປະຊຸມ​ຄື​ສ້າງ​ເສດຖະກິດ​ໂລກ​​ແບບ​ປະດິດ​ສ້າງ​ໃໝ່, ຄວາມມີ​ຊີວິດຊີວາ, ​ມີ​ບົດບາດ​ຊຸກຍູ້ກັນ​ແລະ​ກວມ​ລວມ​ໂດຍ​ໄດ້ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ຫົວ​ຂໍ້​ສຳ​ຄັນກໍ​ຄື​ປຶກສາ​ຫາລື​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກແລະ​ແຜນການ​ຮ່ວມ​ມື. ​ແນວ​ໃດ​ກໍ​ດີ, ຈາກ​ຄວາມ​ພະຍາຍາມ​ຮ່ວມ​ຂອງ​ຝ່າຍ​ຕ່າງໆ, ກອງ​ປະຊຸມ​ໄດ້​ຮັບ​ໝາ​ກຜົນຢ່າງ​ຫຼວງ​ຫຼາຍ​ບັນລຸ​ເປົ້າໝາຍ​ທີ່ຄາດໄວ້.
.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ