ປະທານ​ປະ​ເທດ​ຈີນ​ພົບ​ປະ​ກັບ​ນາຍົກລັດຖະມົນຕີອັງກິດ
2016-09-06 11:35:42  cri 
ວັນ​ທີ 5 ກັນຍາ​ນີ້ ຢູ່​ເມືອງ​ຫັງ​ໂຈ່​ວ​ແຂວງ​ເຈີ້​ຈ່ຽງ​ຈີນ, ທ່ານ ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານ​ນາງ ​​ເທ​ເຣຊາ ​ເມ ນາຍົກລັດຖະມົນຕີອັງກິດ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​​ກຸ່ມ 20 ປະ​ເທດ​ຫຼື G20.

ທ່ານ ສີ​ຈິ້ນ​ຜິ​ງ ຊີ້​ວ່າ: ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ແລະ​ອັງກິດບໍ່​ພຽງ​ແຕ່​ໄດ້​ສ້າງ​ຄວາມ​ຜາ​ສຸກ​ໃຫ້​​ແກ່​ປະຊາຊົນ​​ສອງ​ປະ​ເທດ​ເທົ່າ​ນັ້ນ, ​ແຕ່​ຍັງ​ມີ​ຜົນ​ດີ​ຕໍ່​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ໂລກ. ປີ​ນີ້​ແມ່ນ​ປີ​ແຫ່ງ​ການ​ໄຂ​ສັງກາດສາຍ​ພົວພັນ​ແຫ່ງ​ຍຸກ​ຄຳ​ລະຫວ່າງ​ຈີນ​-ອັງກິດ ​ແລະປີໜ້າ​ກໍຈະ​​ເປັນ​ປີ​ແຫ່ງ​ການ​ສ້າງສາ​ຍພົວພັນ​ການຕ່າງປະ​ເທດ​ລະດັບ​ເອກ​ອັກຄະ​ລັດຖະທູດ​ລະຫວ່າງ​ສອງ​ປະ​ເທດ​ຄົບຮອບ 45 ປີ ​ເຊິ່ງຈີນ​ຍິນ​ດີ​ຮ່ວມ​ກັບ ​ອັງກິດ ຊຸກຍູ້​ສາຍພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ຂອງ​ໂລກ​ສະຕະວັດ​ທີ 21 ລະຫວ່າງ​ສອງ​ປະ​ເທດ​ໃຫ້​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່​ກວ່າ​ເກົ່າ.

ທ່ານ​ນາງ ​ເທ​ເຣຊາ ​ເມ ກ່າວ​ວ່າ: ອັງກິດ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຈີນ​ທີ່​ໄດ້​​ເປັນ​ເຈົ້າ​ພາບຈັດ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ G20 ຫັງ​ໂຈ່​ວດ້ວຍ​ຜົນສຳ​ເລັດ. ອັງກິດ​ແລະ​ຈີນ​ພວມ​ຢູ່​ໃນ​ຍຸກ​ຄຳ​ແຫ່ງ​ການ​ພັດທະນາ​ສາຍ​ພົວພັນ, ຂົງ​ເຂດ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ມີ​ຄວາມ​ກວ້າງຂວາງ​ແລະ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່​ຫຼວງ. ອັງກິດ​ສຸມ​​ໃສ່​ລົງ​ເລິກ​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ຕັ້ງ​ໜ້າ ​ແລະ​ມີ​ຄວາມ​ຫວັງ​ຕໍ່​ຈີນ​ທີ່​ຈະເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ