ທູດລາວປະຈຳຈີນກ່າວວ່າ: ການພົວພັນ ລະຫວ່າງຈີນ-ອາຊຽນ ຈະບັນລຸຄວາມຈະເລີນຮຸ່ງເຮືອງ ແລະກ້າວໜ້າຮ່ວມກັນ
2016-09-06 11:05:14  cri 

ວັນທີ 5 ກັນຍານີ້ ທ່ານນາງວັນດີ ບຸດທະສະວົງເອກອັກຄະລັດຖະທູດລາວປະຈຳຈີນ ໄດ້ໃຫ້ສຳພາດຕໍ່ນັກຂ່າວ cri ຢູ່​ເມືອງຫາງ
ໂຈວວ່າ, ຕະຫຼອດໄລຍະ 25 ປີແຫ່ງ ການພົວພັນສົນທະນາລະຫວ່າງອາຊຽນ-ຈີນ, ສອງຝ່າຍໄດ້ຮັບການພັດທະນາ ແລະຂະ
ຫຍາຍ ຕົວໂດຍກວມເອົາທຸກຂົງເຂດ: ທັງການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການສຶກສາ, ວັດທະນະ
ທຳແລະອື່ນໆ ເຊິ່ງເປັນ ທີ່ໜ້າພໍໃຈ.

ທ່ານນາງວັນດີກ່າວວ່າ: ປີ 2015 ຈີນເປັນຄູ່ຄ້າອັນດັບ 1 ຂອງອາຊຽນ, ຂະນະດຽວກັນ ອາຊຽນເປັນຄູ່ຄ້າອັນດັບ 3 ຂອງຈີນ, ມູນຄ່າ
ການລົງທຶນລະຫວ່າງສອງຝ່າຍອາຊຽນ-ຈີນບັນລຸ 150 ຕື້ໂດລາສະຫະລັດ. ສອງຝ່າຍໄດ້ຕົກລົງກັນວ່າຣອດປີ 2020 ໃຫ້ມູນຄ່າ
ການຄ້າ ສອງຝ່າຍບັນລຸ 1,000 ຕື້ໂດລາ. ສອງຝ່າຍຍັງຕົກລົງວ່າໃຫ້ຍົກລະດັບເຂດການຄ້າເສລີ ອາຊຽນ-ຈີນຂຶ້ນອີກບາດກ້າວ
ໜຶ່ງ. ແຕ່ລະອາທິດຈະມີຖ້ຽວບິນໄປມາຫາສູ່ກັນລະຫວ່າງອາ ຊຽນ -ຈີນ 1,000 ກວ່າຖ້ຽວ, ແຕ່ລະປີ ຈະມີພົນລະເມືອງອາຊຽນ-
ຈ້ນໄປມາຫາສູ່ກັນ 18 ລ້ານເຫື່ອຄົນ.

ນອກນີ້, ທ່ານທູດວັນດີຍັງກ່າວວ່າ, ຂໍ້ລິເລີ່ມ "ໜຶ່ງແລວທາງໜຶ່ງເສັ້ນທາງ"ທີ່ສະເໜີ ອອກໂດຍຈີນນັ້ນມີຄວາມຄ້າຍຄືກັນກັບນະໂຍ
ບາຍສ້າງອາຊຽນໃຫ້ເຊື່ອມໂຍງເຂົ້າກັນ, ແຕ່ກໍຕ້ອງເຮັດ ໃຫ້ການຮ່ວມມືກັນແລະສ້າງຄວາມເຂົ້າໃຈກັນຕື່ມອີກ, ແລະດຳເນີນການຮ່ວມ
ມືໃນການເພີ່ມ ຂີດຄວາມສາມາດໃນການຜະລິດແລະການທ່ອງທ່ຽວເປັນຕົ້ນ, ຈິ່ງສາມາດເຮັດໃຫ້ການພົວ ພັນລະຫວ່ງສອງຝ່າຍມີ
ຄວາມສົມບຸນຂຶ້ນຕື່ມ.ທ່ານນາງ​ວັນ​ດີ​ກ່າວອີກ​ວ່າ: "ຂ້າພະເຈົ້າ ເຊື່ອວ່າດ້ວຍຄວາມພະຍາຍມຢ່າງຕັ້ງໜ້າຂອງ ສປ ຈີນ ແລະການ
ຮ່ວມມືຮ່ວມໃຈຂອງບັນດາປະເທດ ຍ່ອມຈະເຮັດໃຫ້ອາຊຽນ-ຈີນ ບັນລຸຄວາມຈະເລີນຮຸ່ງເຮືອງ ແລະກ້າວໜ້າຮ່ວມກັນ." 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ