ທູດລາວປະຈຳຈີນກ່າວວ່າ: ກອງປະຊຸມສຸດຍອດ ຈີ20 ທີ່ຫາງໂຈວມີຄວາມໝາຍສຳຄັນ
2016-09-06 11:11:22  cri 

ວັນທີ 5 ກັນຍານີ້ ທ່ານນາງວັນດີ ບຸດທະສະວົງ ເອກອັກຄະລັດຖະທູດລາວປະຈຳຈີນ ໄດ້ໃຫ້ສຳພາດຕໍ່ນັກຂ່າວ cri ທີ່ເມືອງ
ຫາງໂຈວ ໂດຍກ່າວວ່າ, ປະຈຸບັນ ເສດຖະກິດ ທົ່ວໂລກຊຸດໂຊມລົງ. ສະນັ້ນ ການໄຂກອງປະຊຸມສຸດຍອດກຸ່ມ ຈີ20 ທີ່ຫາງໂຈວ
ແມ່ນມີຄວາມ ໝາຍເປັນພິເສດ ແລະມີຜົນສະທ້ອນເລິກເຊິ່ງຍາວໄກ. ທ່ານນາງວັນດີກ່າວວ່າ:

 "ດ້ວຍຄວາມພະຍາຍາມຢ່າງຕັ້ງໜ້າຂອງ ສປ ຈີນ ແລະການຣ່ວມມືຮ່ວມໃຈຂອງບັນດາ ປະເທດສະມາຊິກ, ໝາກຜົນ
ຂອງກອງປະຊຸມສຸດຍອດຄັ້ງນີ້ຈະປະກອບສ່ວນທີ່ມີລັກສະນະ ປະຫວັດສາດ ໃຫ້ແກ່ການເຕີບໂຕທາງດ້ານເສດຖະກິດຂອງໂລກ
ໃນການສ້າງເສດຖະກິດໂລກ ໃຫ້ມີການປະດິດສ້າງໃໝ່, ມີຊີວິດຊີວາ, ມີບົດບາດຕໍ່ກັນ ແລະກວມລວມ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ