​ IMF: ກອງ​ປະຊຸມ​ G20 ຫັງ​ໂຈ່​ວ​ໄດ້​ນຳ​ເອົາກຳລັງ​ທີ່​ຕັ້ງໜ້າ​ສູ່​ເສດຖະກິດ​ໂລກ
2016-09-06 10:31:05  cri 
  ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມສຸດ​ຍອດ​ຜູ້ນຳກຸ່ມ 20 ປະ​ເທດ​ ຫຼື G20 ຢູ່​ເມືອງ​ຫັງ​ໂຈ່​ວ ສປ ຈີນ, ທ່ານນາງ ຄຣິສຕິນ ລາກາດ ຜູ້ອຳນວຍການໃຫຍ່ອົງການກອງທຶນເງິນຕາສາກົນ ຫຼື IMF ​ໄດ້​ກ່າວ​ໃນ​ວັນ​ທີ 5 ກັນຍາ​ນີ້​ວ່າ: ຈີນ​ໄດ້​ຈັດກອງ​ປະຊຸມ​ເທື່ອ​ນີ້​ປະສົບຜົນສຳ​ເລັດ​ດ້ວຍບົດບາດນຳ​ພາ​ທີ່​​ໂດດເດັ່ນ​ແລະ​ໄດ້ນຳ​ເອົາກຳລັງ​ທີ່​ຕັ້ງໜ້າມາ​ສູ່​ເສດຖະກິດ​ໂລກ.

  ທ່ານ​ນາງ ລາກາດ ກ່າວ​ວ່າ, ຈາກ​ສະພາບ​ການ​ທີ່​ເສດຖະກິດ​ໂລກ​ເຕີບ​ໂຕ​ຊ້າ​ເປັນ​ເວລາ​ຍາວ​ນານ, ບັນດາຜູ້ນຳ​ປະ​ເທດ​ສະມາ​ຊິກ G20 ລ້ວນ​ແຕ່​ເຫັນ​ວ່າ​ຕ້ອງ​ໄດ້​ເຮັດ​ໃຫ້​ເກີດການ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ແລະ​ກວມ​ລວມ​ກວ່າ​ເກົ່າ​ ທັງ​ເຫັນ​ດີນຳ​ໃຊ້​ມາດ​ຕະການນະ​ໂຍບາຍ​ເງິນຕາ, ນະ​ໂຍບາຍ​ການ​ເງິນ​ແລະ​ການ​ປະຕິ​ຮູບອົງປະກອບ​ຕື່ມ​ອີກ​ເຊິ່ງ​ການ​ປະດິດ​ສ້າງ​​ໃໝ່​ມີ​ບົດບາດ​ສຳຄັນ​ໃນ​ການ​ປະຕິບັດ​ມາດ​ຕະການ​​ເຫຼົ່າ​ນີ້.

  ທ່ານ​ນາງ ລາກາດ ​ເຫັນ​ວ່າ, ການ​ທີ່​ທ່ານ ສິຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​​ກ່າວ​ໃນ​ກອງ​ປະຊຸມວ່າ "ພຶດຕິ​ກຳ​ສຳຄັນ​ກວ່າ​ວາຈາ" ນັ້ນ​ມີຄວາມ​ໝາຍ​ສຳຄັນ​ຍິ່ງ ທັງ​ຮຽກຮ້ອງ​ໃຫ້​ບັນດາ​ຜູ້ນຳປະ​ເທດ​ສະມາ​ຊິກ G20 ຈັດ​ຕັ້ງ​ປະຕິບັດຜົນຂອງ​ກອງ​ປະຊຸມ​ເທື່ອ​ນີ້​ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ