ກອງປະຊຸມຜູ້ນຳຈີນ-ອາຊຽນຄັ້ງທີ 19 ອອກຖະແຫຼງການ ຮ່ວມ​ໃຊ້​ກົດ​​ແຫ່ງ​ ການພົບ​ກັນ​ໂດຍ​ ບັງ​ເອີນ​ເທິງ​ທະ​ເລ​ຢູ່​ທະ​ເລ​ຈີນ​ໃຕ້
2016-09-08 16:22:53  cri 
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 7 ກັນຍາ​ນີ້,​ໃນ​ກອງ​ປະຊຸມ​ສຸດ​ຍອດຈີນ-ອາຊຽນຄັ້ງ​ທີ 19 ທີ່​ຈັດ​ຂຶ້ນ​ຢູ່ນະຄອນຫຼວງວຽງ​ຈັນ​ສປປລາວ​,ຜູ້ນຳ​ຈີນ​ແລະ​ປະ​ເທດ​ໃນອາ​ຊຽນ​ໄດ້​​ພິຈາລະນາ​ແລະ​ຮັບຮອງ​​ເອົາ​ຖະ​ແຫຼງການ​ຮ່ວມ​ລະຫວ່າງ​ຈີນ​ແລະ​ປະ​ເທດ​ໃນ​ອາ​ຊຽນກ່ຽວກັບ​ການ​ໃຊ້​ກົດ​ແຫ່ງ​ການ​ພົບ​ກັນ​ໂດຍ​ບັງ​ເອີນ​ເທິງ​ທະ​ເລຢູ່​ທະ​ເລ​ຈີນ​ໃຕ້.​ໃນ​ຖານະ​​ເອກະສານທີ່​ເປັນໝາກຜົນ​ສຳຄັນ ສະບັບໜຶ່ງຂອງ​ກອງ​ປະຊຸມ​ຄັ້ງ​ນີ້,ຖະ​ແຫຼງການ​​ນີ້​ໄດ້ຕອບ​ສະໜອງຕໍ່​ການ​ຊີ້​ນຳ​ທີ່​ຈະ​ແຈ້ງ​ໃຫ້​ແກ່​ເຮືອກຳ​ປ່ັນ​ແລະ​ຍົນ​ຂອງ​ກອງທັບ​ເຮືອ​ຈີນ​ແລະ​ປະ​ເທດ​ໃນ​ອາ​ຊຽນ​ໃນ​ການ​ແກ້​ໄຂ​ສຸ​ກເສີນ​ແລະ​ມາດ​ຕະການ​ປະຕິບັດ​ໃນ​ເວລາ​ພົບ​ກັນ​ໂດຍ​ບັງ​ເອີນ​ຢູ່​ທະ​ເລ​ຈີນ​ໃຕ້.

​ທັງ​ນີ້​ເມື່ອເດືອນ​ເມສາ​ປີ 2014,ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ກອງທັບ​ເຮືອ​ມະຫາ​ສະໝຸດ​ປາຊິ​ຟິກຕ​າ​ເວັນ​ຕົກ ຫຼື WPNS ​ຄັ້ງ​ທີ 14 ທີ່​ກອງທັບ​ເຮືອ​ຈີນ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ​ນັ້ນ​ໄດ້​​ໄຂ​ຂຶ້ນ​ຢູ່​ເມືອງ​ຊິງ​ຕາວ​ຈີນ​ໂດຍຜູ້ນຳ​ກອງທັບ​ເຮືອ​ຂອງ 20 ກວ່າ​ປະ​ເທດ​ຢູ່​ພາກ​ພື້ນ​ປາ​ຊິ​ຟິກຕາ​ເວັນ​ຕົກ​​ໄດ້ເປັນ​ເອກະສັນ​ກັນ​​ພິຈາລະນາ​​ແລະ​ຮັບຮອງ​ກົດ​ແຫ່ງ​ການ​ພົບ​ກັນ​ໂດ​ຍບັງ​ເອີນ​ເທິງ​ທະ​ເລ​ຫຼື CUES.​ໂດຍບໍ່​ມີ​ຜົນ​ບໍ່​ມີ​ຜົນ​ບັງຄັບ​ໃຊ້​ຢ່າງສັກສິດ,ບໍ່​ໄດ້​ກຳນົດ​ເຂດ​ທະ​ເລທີ່​ເໝາະສົມ​ຢ່າງ​ລະອຽດ​ແລະ​ຈະ​ແຈ້ງ,​​​​ເຊີ່ງ​ເປັນ​ພຽງລະບົບ​ກົດ​​​ແບບເປີດ​ກວ້າງລັກສະນະ​ຊີ້​ນຳ.​​ບັນດາ​ປະ​ເທດ​ໃນ​ອາ​ຊຽນ​ເຖິງ​ວ່າສປປລາວ​ແລະ​ມຽນມາ​ບໍ່​ແມ່ນ​ປະ​ເທດສະມາຊິກ WPNS,​ແຕ່​​ໂດຍ​ຖື​ເອົາ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະ​ຖຽນລະ​ພາບ​ຂອງ​ພາກ​ພື້ນ​ແລະ​ຄວາມ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ​ຂອງ 11 ຝ່າຍ​ຄື​ຈີນ​ແລະ​ປະ​ເທດ​ໃນ​ອາ​ຊຽນ​ເປັນ​ສຳຄັນ,ສປປລາວ​ແລະ​ມຽນມາ​ຕ່າງ​ກໍກ່າວ​ວ່າ​ຍິນ​ດີ​​ນຳ​ໃຊ້ CUES ຢູ່​ທະ​ເລ​ຈີນ​ໃຕ້.

ຖະ​ແຫຼງການ​ຮ່ວມ​ລະຫວ່າງ​ຈີນ​ແລະ​ປະ​ເທດ​ໃນ​ອາ​ຊຽນ​ແມ່ນ​ໝາກຜົນ​ສຳຄັນ​​ໜຶ່ງ​ທີ່​ປະ​ເທດ​ໃນ​ພາກ​ພື້ນ​ສາມັກ​ຄີ​ເປັນ​ເອກະ​ພາບ​ກັນ​ພະຍາຍາມ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຈີນ​ໃຕ້​ເຊິ່ງສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມທີ່​ເຖິງ​ຄວາມ​ຕັດສິນ​ໃຈ​ອັນ​​ເດັດດ່ຽວ​ແລະ​ຄວາມ​ປາ​ຖະໜາ​ອັນ​ແຮງ​ກ້າ​ຂອງ​ປະ​ເທດ​ໃນ​ພາກ​ພື້ນ​ຕໍ່​ການສືບ​ຕໍ່​ຮ່ວມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະ​ຖຽນລະ​ພາບ​ຢູ່​ທະ​ເລ​ຈີນ​ໃຕ້,ອັນ​ໄດ້​ສ້າງ​ແບບຢ່າງ​ທີ່​ດີ​ໃຫ້​ແກ່​ພາກ​ພື້ນ​ອາຊີ​ປາຊິ​ຟິກ​ແລະ​ທົ່ວ​ໂລກ​ໃນ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ແລະ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ເຂດ​ທະ​ເລ​ທີ່​ກ່ຽວຂ້ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ