ສ້າງ​​ໂຄງ​ປະກອບ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ໃຕ້​ການ​ນຳພາ​​​ຂອງພັກຢ່າງເປັນ​ເອກະ​ພາບ
2017-03-06 15:03:29  cri 

ທ່ານ​ຫວາງ​ສີ​ຊ່ານ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະທານ​ຄະນະ​ກຳມະການ​ກວດກາ​ວິ​ໄນ​ສູນກາງພັກກອມ​ມູນິດ​ຈີນ ​ໄດ້​ເຂົ້າຮ່ວມ​ການຄົ້ນຄວ້າ​ພິຈາລະນາຂອງຄະນະ​ຜູ້​ແທນ​ນະຄອນຫຼວງປັກ​ກິ່ງ​ໃນ​ຕອນ​ບ່າຍ​ວັນ​ທີ 5 ມີນາ​ນີ້ ​​ແລະ​ໄດ້​ກ່າວ​ເນັ້ນວ່າ: ການ​​ຄົ້ນຄວ້າ​ຊ່ອງ​ທາງຕິດຕາມ​ຕົນ​ເອງ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ເງື່ອນ​ໄຂ​ທີ່​ພັກ​ກຳ​ອຳນາດ​ເປັນ​ໄລຍະ​ຍາວ​ນານ ​ໄດ້​ກ່ຽວ​ພັນ​ເຖິງ​ການ​ຍຶດໝັ້ນ ​ແລະ ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ ​ລວມທັງກ່ຽວ​ພັນ​ເຖິງ​ການ​ຍົກ​ຄວາມ​ສາມາດກຳ​ອຳນາດ ​ແລະ ລະດັບການປົກຄອງ​ຂອງ​ພັກ​ໃຫ້​ສູງ​ຂຶ້ນ. ຂະນະ​ດຽວ​ກັນ ກໍຄວນ​ລົງ​ເລິກ​ການ​ປະຕິ​ຮູບ​ໂຄງ​ປະກອບ​ການກວດກາ​ລັດຖະບານ ​ແລະ ສ້າງ​ໂຄງ​ປະກອບ​ຕ້ານການ​ສໍ້​ລາດ​ບັງຫຼວງ​ໃຕ້​ການ​ນຳພາ​ຂອງ​ພັກ​ຢ່າງ​ເປັນ​ເອກະ​ພາບ ດ້ວຍ​ຄວາມ​ກ້າຫານ​ໃນ​ການ​ປະຕິວັດ​ຕົນ​ເອງ.

ທ່ານ​ຫວາງ​ສີ​ຊ່ານ ຊີ້​ວ່າ: ຄວນປະສານ​ສົມທົບ​ກັນ​ຢ່າງ​ກາ​ຍະອິນ​ຊີ​ລະຫວ່າງ​ການຄຸ້ມ​ຄອງ​ບໍລິຫານພັກ​ຢ່າງ​ເຂັ້ມງວດຮອບດ້ານ ​ແລະ ການ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ ພ້ອມດ້ວຍ​ການ​ປົກຄອງ​ປະ​ເທດ​ດ້ວຍ​ກົດໝາຍ​ຢ່າງຮອບດ້ານ, ຜ່ານ​ການ​ສ້າງ​ກົດໝາຍ​ວ່າ​ດ້ວຍ​ການ​ກວດກາ​ລັດຖະບານ ​ຈະເຮັດ​ໃຫ້ຄະນະ​ກະ​ມຳການ​ກວດກາ​ລັດຖະບານມີ​ອຳນາດ​ການ​ກວດກາທີ່ຈຳ​ເປັນ​ ​ແລະ ​ເຮັດ​ໃຫ້​ຈຸດ​ຢືນ​ຂອງ​ພັກ​ກາຍ​ເປັນ​​ເຈຕະນາ​ລົມຂອງ​ລັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ