ກອງປະຊຸມຄັ້ງທີ 5 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 12 ໄດ້ອັດລົງໃນເວລາ 9 ໂມງ 30 ນາທີຂອງວັນທີ 13 ມີນານີ້ຢູ່ຫໍສະພາປະຊາຊົນແຫ່ງຊາດໂດຍທ່ານ ຢູເຈີ້ງເຊີ່ງ ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 12 ເປັນປະທານກອງປະຊຸມ.
ກອງປະຊຸມໄດ້ມີມະຕິຮັບຮອງບົດລາຍງານວຽກງານຂອງຄະນະປະຈຳກ່ຽວກັບກອງປະຊຸມຄັ້ງທີ 5 ຂອງຄະນະປະຈຳສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 12 ບົດລາຍງານການຄົ້ນຄວ້າພິຈາລະນາຍັດຕິຂອງກຳມາທິການຄວາມເຫັນ ແລະ ຜ່ານມະຕິການເມືອງກອງປະຊຸມຄັ້ງທີ 5 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດສະໄໝທີ 12.