​ຮ່າງກົດໝາຍ​​ແພ່ງ​ຈີນ​ໄດ້ດັດ​ແກ້ 126 ຈຸດ
2017-03-13 10:46:04  cri 
ຕາມ​ຂ່າວສານ​ຊິນ​ຮວາ: ຄະນະ​ປະທານ​ກອງ​ປະຊຸມ​ຄັ້ງ​ທີ 5 ສະ​ໄໝ​ທີ 12 ຂອງ​ສ​ະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ວ່າ, ​ກຳມາທິການ​ກົດໝາຍ​ສະພາ​ປະຊາຊົນ​ແຫ່​ງຊາດ​ຈີນ​ໄດ້ດັດ​ແກ້​ຮ່າງ​ກົດໝາຍ​ແພ່ງ 126 ຈຸດ ​ໂດຍ​ອີງ​ຕາມ​ການ​ຄົ້ນຄວ້າຂອງ​ຄະນະ​ຜູ້​ແທນ​ຕ່າງໆ, ສະມາຊິກ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ ​ແລະ​ພາກສ່ວນ​ທີ່​ກ່ຽວຂ້ອງ ລວມທັງ​ໄດ້​ປັບ​ຂີດ​ຄວາມ​ສາມາດ​ການ​ປະພຶດ​ທາງ​ແພ່ງ​ທີ່​ມີ​ຄວາມ​ຈຳກັດ​ຈາກ 10 ປີລົງ​ເຖິງ 8 ປີ​ເຕັມ​ເປັນ​ຕົ້ນ.
​ທ່ານ​ສາວ​ສຽວ​ຢາງ ປະທານ​ກຳມາທິການ​ກົດໝາຍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ຜ່ານ​ບົດ​ລາຍ​ງານ​ກ່ຽວ​ກັບ​ຜົນ​ການ​ຄົ້ນຄວ້າພິຈາລະນາ​ຮ່າງ​ກົດໝາຍ​ແພ່ງ​ໃນ​ກອງ​ປະຊຸມ​ຄັ້ງ​ທີ​ສອງ​ຂອງ​ຄະນະ​ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 5 ສະ​ໄໝ​ທີ 12 ຫຼັງລົງ​ຄະ​ແນນ​ສຽງຮັບຮອງ​ຜົນ​ການຄົ້ນຄວ້າພິຈາລະນາ​ຮ່າງ​ກົດໝາຍ​ແພ່ງ ​ແລະ​ຕົກລົງ​ສະ​ເໜີ​ຮ່າງ​ກົດໝາຍ​ແພ່ງ​ສະບັບ​ດັ່ງກ່າວ​ໃຫ້​ບັນດາ​ຄະນະ​ຜູ້​ແທນ​ຄົ້ນຄວ້າພິຈາລະນາຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ