ທ່ານ​ສິນ​ຈິ້ນ​ຜິ​ງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ຄະນະ​ຜູ້​ແທນ​ກອງທັບ
2017-03-13 15:57:45  cri 


ຕອນ​ບ່າຍ​ວັນ​ທີ 12 ມີນາ​ນີ້, ທ່ານ​ສີ​ຈິ້ິນຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ ​ແລະ​ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ຄະນະ​ຜູ້​ແທນ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​​ໃນ​ລະຫວ່າງ​ດຳ​ເນີນກອງ​ປະຊຸມສະພາປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 5 ສະ​ໄໝ​ທີ 12 ​ແລະ​ໃນ​ໂອກາດ​ດັ່ງກ່າວ​ກໍ​ໄດ້​ກ່າວ​ເນັ້ນ​ວ່າ ຕ້ອງ​ເລັ່ງສ້າງ​ລະບົບ​ປະດິດ​ສ້າງ​ທີ່​ໃຫ້​ກອງທັບ​ແລະ​ປະຊາຊົນ​ເຊື່ອມ​ໂຍງ​ເຂົ້າກັນ ​ເພື່ອ​ສ້າງ​ລະບົບ​ຄ້ຳປະກັນ​ດ້ານ​ເຕັກນິກ​ທີ່​ເຂັ້ມ​ແຂງ​ໃຫ້​ກອງທັບຈີນ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ, ເຕັກນິກ​ປ້ອງ​ກັນຊາ​ດ​ແລະ​ອາວຸດ​ຍຸດ​ໂທ​ປະກອນ​ແມ່ນ​ຂົງ​ເຂດ​ສຳຄັນ​ໃນ​ການ​ເຊື່ອມ​ໂຍງ​ລະຫວ່າງ​ກອງທັບ​ກັບ​ປະຊາຊົນ ​ແລະ​ກໍ​ແມ່ນ​ຂີດ​ໝາຍ​ທີ່ສຳຄັນ​​ໃນ​ການຕີ​ລາຄາ​ລະດັບ​ການ​ພັດທະນາ​ການ​ເຊື່ອມ​​ໂຍງ​ລະຫວ່າງ​ກອງທັບ​ກັບ​ປະຊາຊົນ. ຂະນະ​ທີ່​ການຊຸກຍູ້​ການ​ພັດທະນາ​ກອງທັບ​ດ້ວຍ​ວິທະຍາສາດ​ເຕັກ​ໂນ​​ໂລ​ຊີ​ຕ້ອງ​ຈັດ​ເຂົ້າ​ໃນ​ແຜນ​ພັດທະນາ​ຍຸດ​ທະ​ສາດ​ແຫ່ງ​ຊາດ ​ແລະ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ກັບ​ແຜນ​ຍຸດ​ທະ​ສາດ​ແຫ່ງ​ຊາດ.

ທ່ານ​ສີ​ຈິ້ນ​ຜິ​ງຍັງ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ຜູ້​ແທນ​ກອງທັບ​ຂັ້ນ​ຮາກ​ຖານ​ຈຳນວນ​ໜຶ່ງ ຫຼັງ​ກອງ​ປະຊຸມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ