ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ຄັ້ງ​ທີ 5 ສະ​ໄໝ​ທີ 12 ​ຈະ​ຄົ້ນຄວ້າ​ແກ້​ໄຂ​ຄວາມ​ເຫັນ 4156 ສະບັບ
2017-03-14 10:40:43  cri 
ຕາມ​ຂ່າວສານ​ຊິນ​ຮວາ: ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 5 ສະ​ໄໝ​ທີ 12 ​ເປີດ​ເຜີຍ​ໃນ​ວັນ​ທີ 13 ມີນາ​ນີ້​ວ່າ, ມາ​ຮອດ​ເວລາ 17 ​ໂມງ​ຂອງ​ວັນ​ທີ 7 ມີນານີ້, ກຳມາ​ທິການ​ຮັບ​ແກ້​ໄຂ​ຄວາມ​ເຫັນຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ຮັບ​ຄວາມ​ເຫັນ 5210 ສະບັບ ​​ໂດຍ​ໄດ້​ຕົກລົງ​ ພິຈາລະນາແລະ​ຈະ​ຄົ້ນຄວ້າ​ແກ້​ໄຂ​ຄວາມ​ເຫັນ 4156 ສະບັບ.

​ໃນ​ຄວາມ​ເຫັນ​ທີ່​ໄດ້​ຮັບ​ດັ່ງກ່າວ, ຄວາມ​ເຫັນ​ດ້ານການພັດທະນາ​ເສດຖະກິດ​ກວມ​ເຖິງ 34,72%, ດ້ານ​ການ​ເມືອງ​ 11,67%, ວັດທະນະທຳ 7,99%, ສັງຄົມ​ 35,49% ​ແລະ​ຄວາມ​ກ້າວໜ້າ​ດ້ານນິ​ເວດ​ວິທະຍາ​ກວມ​ເຖິງ 10,13%.

ຂ່າວ​ແຈ້ງ​ຕື່ມ​ວ່າ, ​ໃນ​ການ​ປະກອບ​ຄວາ​ມເຫັນ ​ດ້ວຍ​ຄວາມຮັບຜິດຊອບ​ສູງ​ນັ້ນ, ​ມີ​ສະມາຊິກ​ສະພາ 1945 ຄົນ​ໄດ້ສະ​ເໜີ​ຕໍ່ສະພາ ​ແລະ​ກວມ​ເຖິງ 88,41%ຂອງ​ສະມາຊິກ​ສະພາທັງ​ໝົດ ​ເຊິ່ງ​​ເວົ້າ​ລວມ​ແລ້ວ, ຄວາມຄິດ​ເຫັນ​ໄດ້​ຫຼຸດ​ລົງ​ໜ້ອຍ​ໜຶ່ງ, ​ແຕ່​ມີ​ຄຸນ​ນະພາ​ບສູງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ