ຕາມຂ່າວສານຊິນຮວາ:ທ່ານວ່າງເຊິ້ງ ຫົວໜ້າຫ້ອງການສຳພັນຕ່າງປະເທດແລະວຽກງານຊາວຈີນຕ່າງດ້າວແຂວງໄຫຫຼຳປະເທດຈີນໄດ້ເປີດເຜີຍໃຫ້ຮູ້ໃນວັນທີ 20 ມີນານີ້ວ່າ,ທ່ານໂຈເຊ ອານວາເຣັດສ ເຈົ້າແຂວງປາລາວານປະເທດຟິລິບປິນຈະເຂົ້າຮ່ວມກອງປະຊຸມປະຈຳ ປີ 2017 ເວທີປຶກສາຫາລືອາຊີໂປອາວແລະຈະຮ່ວມກັບທ່ານຫຼີວຊີ່ກຸ້ຍ ເຈົ້າແຂວງໄຫຫຼຳລົງນາມໃນເອກະສານແຮກສ່ຽວລະຫວ່າງສອງແຂວງພ້ອມທັງຈະທັດສະນະສຶກສາແລະຕິດຕາມຜົນສຳເລັດຂອງການຮ່ວມມືລະຫວ່າງສອງຝ່າຍທັງການທ່ອງທ່ຽວ, ການບິນ,ກະສິກຳແລະອື່ນໆເຊິ່ງຖືເປັນຜົນງານໜຶ່ງຫຼັງແຂວງໄຫຫຼຳສະເໜີໃຫ້ກໍ່ສ້າງ "ວົງຮ່ວມມືເສດຖະກິດຜ່ານທະເລຈີນໃຕ້."
ທ່ານອານວາເຣັດສໄດ້ກ່າວຂະນະໃຫ້ສຳພາດເປັນລາຍລັກອັກສອນຕໍ່ສື່ມວນຊົນແຂວງໄຫຫຼຳວ່າ,ປັດຈຸບັນກຳລັງເປັນ "ໂອກາດຄຳ"ແຫ່ງການຮ່ວມມືລະຫວ່າງສອງແຂວງ.ແນວໃດກໍດີ,ແຂວງຂອງຕົນຈະກາຍເປັນແຂວງທີສອງທີ່ແຮກສ່ຽວກັບແຂວງໄຫຫຼຳຖັດຈາກແຂວງເຊບູປະເທດຕົນ.