ຕາມຂ່າວສານຈີນ:ເຈົ້າໜ້າທີ່ຮັບຜິດຊອບກອງປະຊຸມປະຈຳປີ 2017 ເວທີປຶກສາຫາລືອາຊີໂປອາວໄດ້ຖະແຫຼງຂ່າວວ່າ,ໃນໄລຍະຈັດກອງປະຊຸມເວທີປຶກສາຫາລືອາຊີໂປອາວປະຈຳປີນີ້ຈະຈັດກິດຈະກຳຫົວຂໍ້ແຂວງໄຫຫຼຳ 13 ລາຍການແລະຈະເຜີຍແຜ່ບົດລາຍງານການພັດທະນາເສດຖະກິດເກາະດອນທົ່ວໂລກປີ 2016.
ກອງປະຊຸມປະຈຳປີ 2017 ເວທີປຶກສາຫາລືອາຊີໂປອາວຈະຈັດຂຶ້ນແຕ່ວັນທີ 23 ຫາ 26 ມີນານີ້ໃນຫົວຂໍ້ "ຜະເຊີນໜ້າກັບໂລກາພິວັດແລະອະນາຄົດຂອງການຄ້າເສລີ"ໂດຍຈະຈັດເວທີປຶກສາຫາລືຍ່ອຍ 42 ຮອບແລະການເຈລະຈາພາຍໃນ 12 ຮອບໂດຍການປຶກສາຫາລືຍ່ອຍໃນຫົວຂໍ້ທະເລຈີນໃຕ້ໃນຄັ້ງນີ້ຈະຖືເອົາການກໍ່ສ້າງເສັ້ນທາງສາຍໄໝທາງທະເລສະຕະວັດທີ 21 ແລະການຮ່ວມກັນພັດທະນາພາກພື້ນຜ່ານທະເລຈີນໃຕ້:ໂອກາດແລະການຮ່ວມມືພາຍໃຕ້ສະຖານະການໃໝ່"ເປັນຫົວຂໍ້ຫຼັກໂດຍຈະມີຜູ້ແທນ 70 ກວ່າທ່ານຈາກ 10 ກວ່າປະເທດແລະເຂດແຄວ້ນເຊັ່ນອິນໂດເນເຊຍ,ໄທ,ມາເລເຊຍແລະຟິລິບປິນເປັນຕົ້ນເຂົ້າຮ່ວມກອງປະຊຸມ.