ຕາມຂ່າວCRI: ຜົນການສຳຫຼວດ "ກອງປະຊຸມໂຕະມົນຫົວໜ້າສື່ມວນຊົນ" ຂອງກອງປະຊຸມປະຈຳປີ 2017 ເວທີປຶກສາຫາລືອາຊີໂປອາວເປີດເຜີຍຫວ່າງມໍ່ໆນີ້ວ່າ, ປະຊາກອນຈີນທີ່ຕອບສຳພາດ 73,9% ເຫັນວ່າ ມີຄວາມຈຳເປັນໃນການຮ່ວມມືລະຫວ່າງສື່ມວນຊົນອາຊີ, ຕົວເລກດັດຊະນີເຊື່ອໝັ້ນການຮ່ວມມືດ້ານສື່ມວນຊົນອາຊີຂອງປະຊາຊົນຈີນມີເຖິງ 86. ຫວັງໃຫ້ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອໂຄສະນາຄວາມຄິດເຫັນຂອງຄົນອາຊີ ຢ່າງພາວະວິໄສ ແລະຫວັງໃຫ້ສື່ມວນຊົນອາຊີປະກອບຄຳເຫັນໃນໂລກໄດ້ດີກວ່າເກົ່າ.
ບົດລາຍງານຍັງເປີດເຜີຍວ່າ, "ເພີ່ມສິດການປະກອບຄຳເຫັນໃນໂລກຂອງສື່ມວນຊົນອາຊີ ແລະຊຸກຍູ້ໃຫ້ປະເທດອາຊີຈະເລີນຮຸ່ງເຮືອງຮ່ວມກັນ" ແມ່ນຈຸດໝາຍຕົ້ນຕໍຂອງປະຊາຊົນຈີນສຳລັບການຮ່ວມມືລະຫວ່າງສື່ມວນຊົນອາຊີ ໂດຍມີ 61,2% ທີ່ຕອບສຳພາດບັນຫານີ້. ນອກນີ້, ກໍມີ 76% ສົນໃຈຫຼາຍຕໍ່ການສ້າງ "ເວທີແລກປ່ຽນຂໍ້ມູນຂ່າວສານອາຊີ" ແລະ "ເວທີແລກປ່ຽນຂໍ້ມູນຂ່າວສານທາງເສດຖະກິດການຄ້າອາຊີ".