ຕາມຂ່າວcri:ກອງປະຊຸມໂຕະມົນຜູ້ນຳສື່ມວນຊົນຂອງກອງປະຊຸມປະຈຳປີ 2017 ເວທີປຶກສາຫາລືອາຊີໂປອາວໄດ້ເປີດເຜີຍຜົນສຳຫຼວດປະຊາຊົນແລະການນຳສື່ອາຊີຫວ່າງມໍ່ໆນີ້ໂດຍຊີ້ໃຫ້ເຫັນວ່າ,ສັນຕິພາບແລະສະຖຽນລະພາບຂອງພາກພື້ນອາຊີແມ່ນບັນຫາໃຈກາງທີ່ປະຊາຊົນອາຊີສົນໃຈທີ່ສຸດຄືມີຄວາມສົນໃຈຫຼາຍກວ່າ 40%.ຜົນການສຳຫຼວດຍັງຊີ້ໃຫ້ເຫັນວ່າ,ຄວາມຂັດແຍ້ງກັນຢູ່ທະເລຈີນໃຕ້ແລະບັນຫາສິ່ງແວດລ້ອມແລະດິນຟ້າອາກາດຂອງພາກພື້ນອາຊີແມ່ນບັນຫາຈຸດສຸມທີ່ປະຊາຊົນອາຊີສົນໃຈໂດຍມີຫຼາຍກວ່າ 30%.
ຜົນສຳຫຼວດຍັງຊີ້ໃຫ້ເຫັນຕື່ມວ່າປະຊາຊົນອາຊີສົນໃຈປະຫວັດສາດ,ວັດທະ ນະທຳແລະຮີດຄອງປະເພນີຂອງປະເທດອື່ນຫຼາຍຂຶ້ນ,ຂະນະທີ່ປະຊາຊົນແລະການນຳສື່ອາຊີເຫັນວ່າ,ການສ້າງຕັ້ງອົງການຈັດຕັ້ງທີ່ປະສານງານເປັນເອກະພາບກັນແລະເວທີແລກປ່ຽນຮ່ວມມືກັນດ້ານສື່ນັ້ນແມ່ນວຽກງານທີ່ສື່ອາຊີຕ້ອງເພີ່ມທະວີການຮ່ວມມື.