ກອງປະຊຸມປະຈຳປີເວທີປຶກສາຫາລືອາຊີໂປອາວ 2017 ໄດ້ຈັດຂຶ້ນຢູ່ເມືອງໂປອາວແຂວງໄຫຫຼຳ ສປ ຈີນໃນວັນທີ 23 ມີນານີ້ ໂດຍມີຫົວຂໍ້ "ຫັນໜ້າໄປສູ່ອະນາຄົດທີ່ມີໂລກາພິວັດແລະການຄ້າເສລີ" ແລະມີຜູ້ຕາງໜ້າຫຼາຍປະເທດກວ່າ 1.800 ຄົນເຂົ້າຮ່ວມ.
ທ່ານ ໂຈ່ວເວີນຈຸ້ງ ຫົວໜ້າກອງເລຂາກອງປະຊຸມເວທີປຶກສາຫາລືອາຊີໂປອາວກ່າວຖະແຫຼງຂ່າວວ່າ: ກອງປະຊຸມປະຈຳປີ 2017 ໄດ້ປິ່ນອ້ອມຫົວຂໍ້ຫຼັກແລະກຳນົດ 4 ຫົວຂໍ້ຍ່ອຍຄື: "ໜຶ່ງແລວທາງໜຶ່ງເສັ້ນທາງ", "ການເຕີບໂຕ", "ການປະຕິຮູບ" ແລະ "ເສດຖະກິດໃໝ່".ຂະນະດຽວກັນກໍຈະຈັດກິດຈະກຳຕ່າງໆ 65 ເທື່ອເຊັ່ນ: ພິທີເປີດປະຊຸມ, ກອງປະຊຸມຄົບຄະນະ, ເວທີປຶກສາຫາລືຍ່ອຍ 44 ເທື່ອ, ກອງປະຊຸມໂຕະມົນ 17 ເທື່ອກໍຄືງານລ້ຽງໃນຫົວຂໍ້ສະເພາະ 2 ເທື່ອເຫຼົ່ານີ້ເປັນຕົ້ນ.
ຫຼັງເວທີປຶກສາຫາລືອາຊີໂປອາວຈັດຕັ້ງຂຶ້ນເມື່ອປີ 2001 ໂດຍອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານແລະບໍ່ຫວັງຜົນກຳໄລໜຶ່ງເປັນຕົ້ນມາ ກໍໄດ້ສຸມໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດໃນພາກພື້ນອາຊີ ທັງໄດ້ສະໜັບສະໜູນສະຕິປັນຍາໃຫ້ແກ່ການບັນລຸການພັດທະນາເສດຖະກິດແບບຍືນຍົງຂອງພາກພື້ນດັ່ງກ່າວ.