ກອງປະຊຸມເວທີປຶກສາຫາລືອາຊີໂປອາວປະຈຳປີ 2017 ໄດ້ໄຂຂຶ້ນຢູ່ແຂວງໄຫຫຼຳ ສປ ຈີນໃນວັນທີ 25 ມີນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີນເຖິງກອງປະຊຸມໂດຍກ່າວວ່າ, ເວທີປຶກສາຫາລືອາຊີໂປອາວສ້າງຕັ້ງຂຶ້ນຕະຫຼອດ 16 ປີມານີ້, ໄດ້ຈັ້ງຕີນຢູ່ອາຊີ, ຫັນໜ້າສູ່ທົ່ວໂລກ, ແລະສາມາດເສີມຂະຫຍາຍບົດບາດທີ່ສຳຄັນໃນການເຕົ້າໂຮມຄວາມເປັນເອກະພາບກັນ, ຊຸກຍູ້ການຮ່ວມມືແລະເສີມຂະຫຍາຍບົດບາດຂອງອາຊີ.
ປີນີ້, ເວທີປຶກສາຫາລືອາຊີໂປອາວໄດ້ເນັ້ນຫົວຂໍ້ "ຜະເຊີນໜ້າກັບອະນາຄົດທີ່ໂລກາພິວັດແລະການຄ້າເສລີ", ເຊິ່ງໄດ້ສະແດງໃຫ້ເຫັນວ່າປະຊາຄົມໂລກໂດຍສະເພາະແມ່ນປະເທດອາຊີໄດ້ສົນໃຈນຳບັນຫາເສດຖະກິດໂລກາພິວັດ. ຫວັງວ່າບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຈະປະກອບຄຳເຫັນເພື່ອແກ້ໄຂບັນຫາພົ້ນເດັ່ນທີ່ເສດຖະກິດພາກພື້ນແລະເສດຖະກິດໂລກຜະເຊີນ, ພ້ອມທັງຮ່ວມຊຸກຍູ້ຂະບວນການເສດຖະກິດໂລກາພິວັດທີ່ເຕັມໄປດ້ວຍຄວາມມີຊີວິດຊີວາ, ກວມລວມແລະພັດທະນາແບບຍືນຍົງ.