ຕາມຂ່າວສານຈີນ: ດ່ານພາສີເມືອງກວາງໂຈ່ວສປຈີນລາຍງານໃນວັນທີ 12 ມິຖຸນານີ້ວ່າ,ເມື່ອມໍ່ໆນີ້ໄດ້ຮ່ວມກັບດ່ານພາສີມາເລເຊຍແລະອິນໂດເນເຊຍແຕໍ່ຕ້ານຂະບວນການຄ້າຢາເສບຕິດແລະສາມາດມ້າງຄະດີຄ້າຢາເສບຕິດຂ້າມຊາດ 4 ຄະດີແລະທຳລາຍກຸ່ມຄ້າຢາເສບຕິດຂ້າມຊາດສັນຊາດອາຟຣິກາຕາເວັນຕົກໄດ້ກຸ່ມໜຶ່ງພ້ອມທັງຍຶດຢາໄອສໄດ້ເກືອບ 56 ກິໂລກຣາມ,ຈັບຜູ້ຕ້ອງສົງໄສທັງເປັນຄົນຈີນແລະຕ່າງປະເທດ 16 ຄົນ.
ຕອນແລງວັນທີ 13 ເມສາຜ່ານມາ,ເຈົ້າໜ້າທີ່ຕຳຫຼວດຕ້ານການຄ້າຂາຍເຖື່ອນດ່ານພາສີໄດ້ ກວດພົບ "ຢາໄອສ" 24 ກິໂລກຣາມຢູ່ທ່າກຳປັ່ນແຫ່ງໜຶ່ງໃນແຂວງກວາງຕຸ້ງແລະຫຼັງຂະຫຍາຍ ຜົນກໍສາມາດພົບກຸ່ມຄ້າຢາເສບຕິດສັນຊາດອາຟຣິກາຕາເວັນຕົກກຸ່ມໜຶ່ງທີ່ເຄື່ອນໄຫວຢູ່ເມືອງກວາງໂຈ່ວ,ເມືອງຝໍຊານ,ເມືອງໜານໄຮເປັນຕົ້ນແລະຈັບຜູ້ກ່ຽວພັນກັບຄະດີໄດ້ 13 ຄົນ.ຂະນະດຽວກັນ, ດ່ານພາສີມາເລເຊຍຈັບກໍສາມາດຈັບຜູ້ຕ້ອງສົງໄສໄດ້ 1 ຄົນແລະອິນໂດເນເຊຍກໍຈັບໄດ້ 2 ຄົນ,ມາຮອດປັດຈຸບັນ,ກຸ່ມຄ້າຢາເສບຕິດຂ້າມຊາດສັນຊາດອາຟຣິກາຕາເວັນຕົກກຸ່ມນີ້ໄດ້ຖືກກວດລ້າງຢ່າງສິ້ນເຊີງເຊິ່ງເປັນຜົນງານການຮ່ວມມືກັນຂອງດ່ານພາສີ 3 ປະເທດ.


















