ທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ ໄດ້ເນັ້ນໃນພິທີເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄັ້ງທີ 19 ວ່າ: ການປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າເພື່ອມວນມະນຸດແມ່ນພາລະໜ້າທີ່ຂອງພັກກອມມູນິດຈີນຢ່າງສະເໝີຕົ້ນສະເໝີປາຍ.
ທ່ານສີຈິ້ນຜິງ ກ່າວວ່າ: ພັກກອມມູນິດຈີນບໍ່ຄວນປະລະຄວາມໄຝ່ຝັນຂອງຕົນເນື່ອງຈາກຄວາມສັບສົນຂອງສະພາບຄວາມເປັນຈິງ, ບໍ່ຄວນປະລະສິ່ງສະແຫວງຫາຂອງຕົນເນື່ອງຈາກອຸດົມການຫ່າງໄກຫຼາຍ. ທ່ານສີຈິ້ນຜິງ ຮຽກຮ້ອງໃຫ້ປະຊາຊົນບັນດາປະເທດຈົ່ງສຸມຈິດສຸມໃຈກັນ, ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ສ້າງໂລກທີ່ມີສັນຕິພາບຖາວອນ, ໝັ້ນຄົງໂດຍທົ່ວໄປ, ຈະເລີນຮຸ່ງເຮືອງຮ່ວມກັນ, ເປີດກວ້າງ, ກວມລວມ, ສະອາດ ແລະສວຍສົດງົດງາມ.ທ່ານສີຈິ້ນຜິງ ກ່າວຕື່ມວ່າ: ຈີນເດັດດ່ຽວປະຕິບັດນະໂຍບາຍການຕ່າງປະເທດແບບສັນຕິພາບທີ່ເປັນເອກະລາດ, ຂະຫຍາຍຈຸດຜົນປະໂຫຍດຮ່ວມກັບປະເທດຕ່າງໆໃຫ້ກວ້າງອອກ, ຍຶດໝັ້ນນະໂຍບາຍພື້ນຖານທີ່ເປີດປະຕູຕໍ່ພາຍນອກ, ຍຶດໝັ້ນດຳເນີນການກໍ່ສ້າງໂດຍເປີດປະຕູປະເທດ, ຕັ້ງໜ້າຊຸກຍູ້ການຮ່ວມມືສາກົນໃນຂອບ "ໜຶ່ງແລວທາງໜຶ່ງເສັ້ນທາງ", ຍຶດໝັ້ນທັດສະນະຄຸ້ມຄອງໂລກແບບຫາລືຮ່ວມກັນ, ສ້າງສາຮ່ວມກັນ ແລະ ຊົມໃຊ້ຮ່ວມກັນ. ຈີນຈະສືບຕໍ່ເສີມຂະຫຍາຍບົດບາດຂອງຕົນໃນຖານະເປັນປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ, ຕັ້ງໜ້າເຂົ້າຮ່ວມການປະຕິຮູບແລະກໍ່ສ້າງລະບົບການຄຸ້ມຄອງໂລກ ເພື່ອປະກອບສ່ວນສະຕິປັນຍາ ແລະ ກຳລັງຂອງຈີນຢ່າງບໍ່ຢຸດຢັ້ງ.