ຕາມຂ່າວCRI: ວັນທີ 18 ຕຸລານີ້, ທ່ານສີຈິ້ນຜິງໄດ້ກ່າວໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ຂອງພັກກອມມູນິດຈີນວ່າ, ແນວຄວາມຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນແມ່ນຂໍ້ແນະນຳໃນການປະຕິບັດເພື່ອບັນລຸຄວາມຈະເລີນຮຸ່ງເຮືອງໃໝ່ຢ່າງຍິ່ງໃຫຍ່ຂອງຊົນຊາດຈີນຂອງພັກກອມມູນິດຈີນແລະປະຊາຊົນຈີນ, ຕ້ອງຍຶດໝັ້ນໃນໄລຍະຍາວແລະພັດທະນາຢ່າງຕໍ່ເນື່ອງ.
ທ່ານສີຈິ້ນຜິງກ່າວວ່າ, ຄວາມຂັດແຍ້ງຕົ້ນຕໍຂອງສັງຄົມຈີນໃນຍຸກໃໝ່ແມ່ນຄວາມຂັດແຍ້ງລະຫວ່າງຄວາມຕ້ອງການດ້ານຊີວິດການເປັນຢູ່ທີ່ດີງາມທີ່ນັບມື້ນັບເພີ່ມຂຶ້ນຂອງປະຊາຊົນແລະການພັດທະນາຢ່າງບໍ່ດຸນດ່ຽງແລະບໍ່ເຕັມທີ, ສະນັ້ນ, ຕ້ອງຍຶດໝັ້ນແນວຄວາມຄິດດ້ານການພັດທະນາທີ່ຖືປະຊາຊົນເປັນໃຈກາງ, ຕ້ອງຊຸກຍູ້ການສ້າງການພົວພັນສາກົນແບບໃໝ່ແລະຊຸກຍູ້ການສ້າງປະຊາຄົມຊະຕາກຳຂອງມວນມະມຸດ.