ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ເໜີ​ຍຸດ​ທະ​ສາດ​ໃໝ່​​ການ​ກໍ່​ສ້າງ​ລະ​ບົບ​ເສດ​ຖະ​ກິດ​ແບບ​ທັນ​ສະ​ໄໝ
2017-10-18 13:01:56  cri 
ຕາມ​ຂ່າວCRI:ວັນ​ທີ 18 ຕຸ​ລາ​ນີ້, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຊຸດ​ທີ 18 ໄດ້​ສະ​ເໜີ​ບົດ​ລາຍ​ງານ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ວ່າ, ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທີ່​ສ້າງ​ໃຫ້​ປະ​ເທດ​ຈີນ​ເປັນ​ປະ​ເທດສັງ​ຄົມ​ນິ​ຍົມ​ທີ່​ເຂັ້ມ​ແຂງ​ແບບ​ທັນ​ສະ​ໄໝ​ທີ່​ຮັ່ງ​ມີ, ປະ​ຊາ​ທິ​ປະ​ໄຕ, ​ສິ​ວິ​ໄລ, ​ປອງດອງ​ກັນແລະ​ສວຍ​ງາມ, ຈີນ​ຕ້ອງ​ປະ​ຕິ​ບັດ​ຕາມ​ທັດ​ສະ​ນະ​ການ​ພັດ​ທະ​ນາ​ໃໝ່, ສ້າງ​ລະ​ບົບ​ເສດ​ຖະ​ກິດ​ແບບ​ທັນ​ສະ​ໄໝ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ໃນ​ບົດ​ລາຍ​ງານ​ວ່າ, ການ​ພັດ​ທະ​ນາເສດ​ຖະ​ກິດຂອງ​ຈີນ​ໄດ້​ຈາກ​ໄລ​ຍະ​ການ​ເຕີບ​ໂຕ​ຢ່າງວ່ອງ​ໄວ​ປ່ຽນ​ເປັນ​ໄລ​ຍະ​ການ​ພັດ​ທະ​ນາ​ທີ່​ມີ​ຄຸ​ນ​ນະ​ພາບ​ຢ່າງ​ສູງ. ຈີນ​ຈະ​ຖື​ການ​ກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"ເປັນ​ຈຸດ​ໜັກ, ເຄົາ​ລົບ​ຫຼັກ​ການ​ທີ່​ປຶກ​ສາ​ຫາ​ລື, ກໍ່​ສ້າງ​ແລະ​ນຳ​ໃຊ້​ຮ່ວມ​ກັນ, ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ໂລກ​ພາຍນອກ​ຂອງ​ຂະ​ແໜງ​ການ​ບໍ​ລິ​ການ, ມີ​ຄວາມ​ສະ​ເໝີ​ພາບ​ກັນ​ຕໍ່​ວິ​ສາ​ຫະ​ກິດ​ທີ່​ໄດ້​ລົງ​ທະ​ບຽນ​ໃນ​ດິນ​ແດນ​ຈີນ. ຈີນ​ຈະ​ມອບ​ສິດ​ເປັນ​ເຈົ້າ​ຕົນ​ເອງ​ດ້ານ​ການ​ປ່ຽນ​ແປງ​​ທີ່​ໃຫຍ່ກວ່າ​ເກົ່າ​ໃຫ້ແກ່​ເຂດ​ການ​ຄ້າ​ເສ​ລີ​ແຫ່ງ​ຊາດ, ຄົ້ນ​ຄວ້າ​​ການ​ກໍ່​ສ້າງ​ທ່າ​ການ​ຄ້າ​ເສ​ລີ, ຊຸກ​ຍູ້ການ​ສະ​ຖາ​ນະ​ການ​ໃໝ່​ແຫ່ງ​ການ​ເປີດ​ປະ​ຕູ​ສູ່​ໂລກ​ພາຍນອກ​ຢ່າງ​ຮອບ​ດ້ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ