ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ :​ການ​ສ້າງ​ຈີນ​ໃຫ້​ເປັນ​ປະ​ເທດສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ​​ເຂັ້ມ​ແຂງ ​ມີ​ວິ​ໄສ​ທັດ ແລະ ຕາ​ຕະ​ລາງ​ເວ​ລາ
2017-10-18 10:24:07  cri 
 ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ເປີດ​ເຜີຍ​ວ່າ, ເມື່ອ​ຮອດ​ກາງ​ສະ​ຕະ​ວັດ​ນີ້, ສ້າງ​ປະ​ເທດ​ຈີນ​ໃຫ້​ເປັນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ​ທີ່​ເຂັ້ມ​ແຂງ ບົນ​ພື້ນ​ຖານ​ແຫ່ງ​ການ​ສ້າງ​ສັງ​ຄົມ​ອີ່ມ​ໜຳ​ສຳ​ລານໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານເມື່ອ​ປີ 2020.

ບົດ​ລາຍ​ງານ​ຂຽນ​ວ່າ, ເມື່ອ​ຮອດປີ 2035, ພວກ​ເຮົາ​ຈະສູ້​ຊົນ​ເພື່ອ​ບັນ​ລຸການ​ສ້າງ​​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ໃນ​ຂັ້ນ​ພື້ນ​ຖານ. ກຳ​ລັງ​ແຮງ​ດ້ານ​ເສດ​ຖະ​ກິດ, ​ວິ​ທະ​ຍາ​ສາດເຕັດ​ໂນ​ໂລ​ຊີ​ຂອງ​ປະ​ເທດ​ເຮົາຈະ​​ສູງ​ຂຶ້ນ​ຢ່າງຫຼວງຫຼາຍ ແລະ ກຳ​ລັງ​ໄມ້​ອ່ອນ​​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ປະ​ເທດ​ເຮົາເຂັ້ມ​ແຂງຂຶ້ນ​ຢ່າງ​ພົ້ນເດັ່ນ; ປະ​ເທດທີ່​ປົກ​ຄອງ​ຕາມ​ກົດ​ໝາຍ,​ ລັດ​ຖະ​ບານທີ່​ບໍ​ລິ​ຫານ​ຕາມ​ກົດ​ໝາຍ​ ແລະ ​ສັງຄົມທີ່ຄຸ້ມຄອງຕາມ​ກົດ​ໝາຍ​​ໄດ້​ສ້າງ​ຂຶ້ນໂດຍ​ພື້ນ​ຖານ, ລະ​ບົບ ​ແລະ ​ຄວາມ​ສາ​ມາດການ​ປົກ​ຄອງ​ປະ​ເທດ​ໄດ້​ຫັນ​ເປັນ​ທັນ​ສ​ະ​ໄໝ​ໂດຍ​ພື້ນ​ຖານ. ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຮັ່ງ​ມີກວ່າ​ເກົ່າ, ອັດ​ຕາ​ສ່ວນ​ກຸ່ມ​ຄົນ​ລາຍ​ຮັບ​ປານກາງ​ໄດ້​ເພີ່ມ​ຂຶ້ນ​ຢ່າງພົ້ນ​ເດັ່​ນ,  ​ຫຼຸດ​ຄວາມ​​ແຕກໂຕນ​ກັນ​ດ້ານການ​ພັດ​ທະ​ນາ​​ລະ​ຫວ່າງທ້ອງ​ຖິ່ນ ​ແລະ ດ້ານ​ລາຍ​ຮັບຂອງ​ປະ​ຊາ​ຊົນ​ຢ່າງພົ້ນ​​ເດັ່ນ, ​ການບໍ​ລິ​ການ​ສາ​ທາ​ລະ​ນະ​ພື້ນ​ຖານມີ​ຄວາມ​ສະ​ເໝີ​ພາບ​ກັນໂດຍ​ພື້ນ​ຖານ, ໄດ້​ປ່ຽນ​ແປງສິ່ງ​ແວດ​ລ້ອມ​ຊີ​ວະ​​ນາໆ​ພັນ​ໃນ​ຂັ້ນ​ກົກ​ຮາກ ເພື່ອ​ບັນ​ລຸເປົ້າ​ໝາຍ​ສ້າງ​ປະ​ເທດ​ຈີນ​ທີ່​ສວຍ​ງາມໂດຍ​ພື້ນ​ຖານ.

ບົດ​ລາຍ​ງານ​ຂຽນ​ວ່າ, ເມື່ອ​ຮອດ​ກາງ​ສະ​ຕະ​ວັດ​ນີ້, ຈີນ​ຈະ​ສ້າງ​ເປັນປະ​ເທດ​ສັງ​ຄົມ​ນິ​ຍົມທັນ​ສະ​ໄໝ​ເຂັ້ມ​ແຂງ​ທີ່​ມັ່ງ​ຄັ່ງ​ເຂັ້ມ​ແຂງ​​, ປະ​ຊາ​ທິ​ປະ​ໄຕ, ​​ສີວິ​ໄລ, ກົມ​ກຽວ​ກັນ ແລະ ​ສວຍ​ງາມ, ປະ​ເທດ​​ເຮົາ​ຈະ​ມີລະ​ບົບການ​ປົກ​ຄອງ ​ແລະ​ ຄວາມ​ສາ​ມາດ​ການ​ປົກ​ຄອງ​ທີ່​ຫັນ​ເປັນ​ທັນ​ສະ​ໄໝ, ກາຍ​ເປັນ​ປະ​ເທດ​ນຳ​ໜ້າ​ທາງ​ດ້ານ​ກຳ​ລັງ​ແຮງ​ສັງ​ລວມ​ ແລະ ​ມີອິດ​ທິ​ພົນນຳ​ໜ້າ​ໃນ​ເວ​ທີ​ສາ​ກົນ, ທົ່ວ​ປວງ​ຊົນທັງ​ຊາດ​ຮັ່ງ​ມີ​ຂຶ້ນ​ພ້ອມ​ກັນ​​ໂດຍ​ພື້ນ​ຖານ, ປະ​ຊາ​ຊົນ​ຈີນ​ຈະ​ມີ​ຊີ​ວິດ​ການ​ເປັນ​ຢູ່​ຮັ່ງ​ມີ​ຜາ​ສຸກກວ່າ​ເກົ່າ, ປະ​ຊາ​ຊາດ​ຈີນ​ຈະ​ພົ້ນ​ເດັ່ນ​ຂຶ້ນ​ໃນ​ໂລກດ້ວຍ​ຄວາມ​ສະ​ຫງ່າ​​ຜ່າ​ເຜີຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ