ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 18 ຕຸລານີ້ຢູ່ນະຄອນຫຼວງປັກກິ່ງໂດຍທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນໄດ້ລາຍງານຕໍ່ກອງປະຊຸມໃນຫົວຂໍ້ "ສູ້ຊົນສ້າງສັງຄົມອິ່ມໜຳສຳລານໃນໄລຍະສຸດທ້າຍໃຫ້ສຳເລັດຮອບດ້ານ,ຍາດເອົາໄຊຊະນະອັນຍິ່ງໃຫຍ່ແຫ່ງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່".
ຕໍ່ກໍລະນີດັ່ງກ່າວ, ນັກການເມືອງ,ນັກວິຊາການແລະສື່ມວນຊົນຫຼາຍປະເທດຢືນຢັນວ່າ ການທີ່ຍຶດໝັ້ນການນຳພາຂອງພັກກອມມູນິດຈີນແລະຍຶດໝັ້ນເດີນຕາມເສັ້ນທາງພັດທະນາທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຈີນນັ້ນເປັນຂໍກະແຈທີ່ຈີນສາມາດຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງ ທັງເປັນທິດທາງຖືກຕ້ອງທີ່ຈີນສືບຕໍ່ມຸ່ງໜ້າກ້າວໄປສູ່ອະນາຄົດ.
ໜັງສືພິມຫຼຽນເຮີຈາວປ້າວຂອງສິງກະໂປໄດ້ລົງພິມບົດນຳເຊິ່ງມີເນື້ອໃນວ່າ: ຄວາມເຂັ້ມງວດໃນການປາບປາມການສໍ້ລາດບັງຫຼວງເປັນແບບທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງພັກກອມມູນິດຈີນ ແລະຜົນງານການຕ້ານການສໍ້ລາດບັງຫຼວງເປັນທີ່ເພິ່ງພໍໃຈຈາກປະຊາຊົນ.
ທ່ານຫຼີເຢິນລຽງ ຊ່ຽວຊານບັນຫາສາກົນຂອງສະຖາບັນບັນດິດພັດທະນະບໍລິຫານສາດ ແຫ່ງຊາດໄທກ່າວວ່າ: ຜົນສຳເລັດຂອງຈີນໄດ້ພິສູດໃຫ້ເຫັນເຖິງຄວາມຖືກຕ້ອງຂອງທາງເລືອກໃນປະຫວັດສາດຂອງຈີນໃນດ້ານທິດສະດີ,ເສັ້ນທາງແລະລະບອບ. ພັກກອມມູນິດຈີນຕັ້ງຈຸດຢືນຢູ່ບົນພື້ນຖານສະພາບຕົວຈິງຂອງປະເທດຈີນ,ເສີມຂະຫຍາຍເນື້ອໃນແລະປັບປຸງເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ ໂດຍໄດ້ບັນລຸການປະດິດສ້າງດ້ານທິດສະດີຢ່າງຮອບດ້ານ.