ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 18 ຕຸລານີ້, ກ່ຽວກັບເລື່ອງນີ້, ນັກວິຊາການ ອິນໂດເນເຊຍໃຫ້ສຳພາດຕໍ່ນັກຂ່າວ CRI ວ່າ: ບົດລາຍງານຂອງທ່ານ ສີຈິ້ນຜິງ ໄດ້ສົ່ງສັນຍານທີ່ດີຕໍ່ສັນຕິພາບ, ສະຖຽນລະພາບແລະການພັດທະນາຂອງໂລກ
ທ່ານ ຮຸມເປຼ ອານາໂດ ຣູເຊວ ອາຈານທີ່ເຄີຍສອນຢູ່ສະຖາບັນການພົວພັນສາກົນມະຫາວິທະຍາໄລອິນໂດຍເນເຊຍ ກ່າວວ່າ, ບົດລາຍງານຂອງທ່ານ ສີຈິ້ນຜິງ ຈະມີຜົນດີທີ່ຕັ້ງໜ້າຕໍ່ປະຊາຄົມໂລກ. ໃນບົດລາຍງານ, ທ່ານ ສີຈິ້ນຜິງ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງຈີນໃນການພັດທະນາໂດຍສັນຕິ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນຄືນໃໝ່ ແລະ ໄດ້ສົ່ງສັນຍານທີ່ດີຕໍ່ສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງໂລກ.
ທ່ານນາງ ທີທີ ຣາຮາດຈານຕີ ປະທານສະມາຄົມຄະນະພາສາຈີນຂອງໂຮງຮຽນຊັ້ນສູງອິນໂດເນເຊຍ ກ່າວວ່າ, ນັບແຕ່ກອງປະຊຸມໃຫຍ່ພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ພັກກອມມູນິດຈີນໄດ້ມີຜົນງານທີ່ປະຈັກຕາຕໍ່ຊາວໂລກໂດຍສະເພາະໃນການຕ້ານການສໍ້ລາດບັງຫຼວງແລະຫຼຸດຜ່ອນຄວາມທຸກຍາກ ເຊິ່ງເປັນຕາຊົມເຊີຍ ແລະເປັນບົດຮຽນທີ່ດີສຳລັບອິນໂດເນເຊຍ. ພ້ອມນັ້ນ, ຂໍ້ລິເລີ່ມ "ໜຶ່ງແລວທາງໜຶ່ງເສັ້ນທາງ" ຈະສ້າງຜົນປະໂຫຍດໃຫ້ປະຊາຊົນອິນໂດເນເຊຍຢ່າງຫຼວງຫຼາຍ ໂດຍສະເພາະໃນດ້ານເສດຖະກິດ, ການຄ້າ, ການສຶກສາ ແລະວັດທະນະທຳ.