ທ່ານຫຼີ​ເຄີ້​ສ​ຽງ​ເນັ້ນ​ໃຫ້​ສ້າງ​ແລວ​ທາງ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ
2018-01-11 11:53:21  cri 
ຕອນ​ບ່າຍ​ວັນ​ທີ 10 ມັງ​ກອນ​ນີ້, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ ແລະ ທ່ານ​ຮຸນ​ເຊັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ເປັນ​ປະ​ທານຮ່ວມກອ​ງ​ປະ​ຊຸມ​ສຸດຍອດ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທີ 2 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ພະ​ນົມ​ເປັນ​ປະ​ເທດ​ກຳ​ປູ​ເຈຍ.

ທ່ານຫຼີ​ເຄີ້​ສຽງ​ຊີ້​ອອກວ່າ, ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ກົນ​ໄກ​​ການຮ່ວມ​ມື​ທີ່​ມີ​ພະ​ລັງ​ຊີ​ວິດ​ທີ່​ສຸ​ດ ແລະ ໄດ້​ຮັບ​ຜົນ​ສຳ​ເລັດຫຼາຍ​ທີ່​ສຸດ​ໃນ​ພາກ​ພື້ນ​ນີ້. ຈີ​ນ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​​ລຳ​ແມ່​ນ້ຳ​ດັ່ງ​ກ່າວ, ສ້າງ​ແລວ​ທາງ​ພັດ​ທະ​ນາ​ເສດ​ຖະ​ກິດ​ລຳ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ແລະ ສ້າງ ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ. ທ່ານຫຼີ​ເຄີ້​ສຽງ​ໄດ້​ວາງ​ຂໍ້​ສະ​ເໜີຫຼາ​ຍ​ຂໍ້ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​​ກັນຈາກ​ໄລ​ຍະ​ບຳ​ລຸງ​ກໍ່​ສ້າງ​ຂະ​ຫຍາຍ​ໄປ​ສູ່​ໄລ​ຍະ​ພັດ​ທະ​ນາ​ຢ່າ​ງ​ສະ​ດວກ ແລະ ສ້າງ​ແບບ​ຢ່າງ​ແຫ່ງ​ການ​ຮ່ວມ​ມື​ໃນ​ອະ​ນຸ​ພາກ​ພື້ນ ແລະ ການ​ຮ່ວມ​ມື​ໃຕ້-ໃຕ້ ດັ່ງ​ຕໍ່​ໄປ​ນີ້: ໜຶ່ງ, ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ຊັບ​ພະ​ຍາ​ກອນ​ນ້ຳ​ເປັນ​ຢ່າງ​ດີ. ສອງ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ດ້ານການ​ກໍ່​ສ້າງ​ຊົນ​ລະ​ປະ​ທານ. ສາມ, ເປີດກວ້າງ​ການ​ຮ່ວມ​ມື​ທາງ​ກະ​ສິ​ກຳ. ສີ່, ຍົກ​ສູງ​ການ​ຮ່ວມ​ມື​ດ້ານ​ຊັບ​ພະ​ຍາ​ກອນ​ມະ​ນຸດ. ຫ້າ, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ.

ທ່ານຫຼີ​ເຄີ້​ສຽງ​ກ່າວ​ເນັ້ນ​ວ່າ, ພວກ​ເຮົາ​ຕ້ອງ​ເປີດກວ້​າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ດີ​ຈີ​ຕອນ, ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ສາ​ທາ​ລະ​ນະ​ສຸກ, ດ່ານ​ພາ​ສີ​ ແລະ​ ຊາວ​ໜຸ່ມ ບົນ​ພື້ນ​ຖານ "ຂອບ​ການ​ຮ່ວມ​ມື 3+5" ແລະ ໃຫ້​ກໍ່ຕົວ​ຂຶ້ນ​ເປັນ "ຂອບ​ການ​ຮ່ວມ​ມື 3+5+X" ​ເປັນ​ກ້າວໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ