ລັດຖະມົນຕີການຕ່າງປະເທດຈີນເຫັນວ່າ ປັດຈຸບັນແມ່ນໄລຍະທີ່ກວດກາຄວາມຈິງໃຈຂອງຝ່າຍຕ່າງໆໃນບັນຫາສະຖານະການແຫຼມເກົາຫຼີ
2018-01-17 17:59:48  cri 

ວັນທີ 16 ມັງກອນນີ້, ໃນໂອກາດສິ້ນສຸດການຢ້ຽມຢາມ 4 ປະເທດອາຟຼິກາຢູ່ ຊາວໂຕເມນະຄອນຫຼວງຊາວໂຕເມແລະພຼິນຊີຊິບ, ທ່ານຫວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບສະຖານະການແຫຼມເກົາຫຼີ.

ທ່ານຫວາງຢີ້ກ່າວວ່າ, ສະຖານະການແຫຼມເກົາຫຼີໃນປັດຈຸບັນເປັນສະພາບການຜ່ອນຄາຍທີ່ຫາຍາກແລະໜ້າຖະນຸຖະໜອມ. ນີ້ແມ່ນຜົນເກີດຈາກການທຳຄວາມພະຍາຍາມຮ່ວມຂອງຝ່າຍຕ່າງໆ, ສ.ເກົາຫຼີ ແລະ ສປປເກົາຫຼີໄດ້ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າຕໍ່ເລື່ອງນີ້. ແຕ່ປະສົບການໃນປະຫວັດສາດບອກໃຫ້ເຮົາຮູ້ວ່າ, ເມື່ອສະຖານະການແຫຼມເກົາຫຼີຜ່ອນຄາຍລົງ, ກໍຈະມີການລົບກວນແລະການກະທຳທີ່ຕັ້ງໃຈເຮັດໃຫ້ຖອຍຫຼັງ. ປັດຈຸບັນແມ່ນໄລຍະທົດສອບຄວາມຈິງໃຈຂອງຝ່າຍຕ່າງໆ. ປະຊາຄົມໂລກຄວນເປີດກວ້າງສາຍຕາເພື່ອສັງເກດເບິ່ງວ່າໃຜຈະເປັນຜູ້ຊຸກຍູ້ໃຫ້ແກ້ໄຂບັນຫາແຫຼມເກົາຫຼີໂດຍສັນຕິ ແລະໃຜຈະເປັນຜູ້ພາໃຫ້ສະຖານະການດັ່ງກ່າວກັບຄືນສູ່ສະພາບເຄັ່ງຕຶງອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ