ການ​ໄຂ​ກອງ​ປະຊຸມ​ໂດຍ​ໃນ​ນາມ​ທີ່​ເອີ້ນ​ວ່າ "ກອງທັບ​ສະຫະ​ປະຊາ​ຊາດ" ​ເປັນ​ພຽງແນວ​ຄິດ​ສົງຄາມ​ເຢັນທັງ​ນັ້ນ
2018-01-18 11:32:33  cri 

ຕໍ່​ກັບ​ບັນຫາ​ທີ່​ອາ​ເມ​ລິ​ກາ ​ແລະ ​ກາ​ນາ​ດາຮຽກ​ໄຂ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ກ່ຽວກັບ​ບັນຫາ​ນິວ​ເຄລຍຂອງ​ແຫຼມ​ເກົາຫຼີນັ້ນ, ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ຕອບ​ໂຕ້​ໃນ​ວັນ​ທີ 17 ມັງກອນ​ນີ້​ວ່າ: ການ​ກະທຳ​ທີ່​ກ່ຽວຂ້ອງ​ນັ້ນ ​ເປັນທີ່ຈະ​ແຈ້ງວ່າ​ແມ່ນ​ແນວ​ຄິດ​ສົງຄາມ​ເຢັນ ​ແລະ​ພຽງ​ແຕ່​ຈະ​​ເປັນ​ການ​ແບ່ງ​ແຍກປະຊາ​ຄົມ​ໂລກ​ເທົ່າ​ນັ້ນ ​ແລະຈະ​ບໍ່​ສາມາດຊຸກຍູ້​ໃຫ້​ບັນຫາ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ເໝາະ​ສົມ.

ມີ​ນັກ​ຂ່າວ​ຖາມ​ໃນ​ພິທີ​ຖະ​ແຫຼງຂ່າວ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນວ່າ: ວັນ​ທີ 16 ມັງກອນ​ນີ້, ກາ​ນາ​ດາ ​ແລະ ອາ​ເມ​ລິ​ກາ ​ໄດ້​ຮຽກ​ບາງປະ​ເທດ​ສົ່ງ​ກອງທັບ​ເຂົ້າຮ່ວມ​ສົງຄາມ​ເກົາຫຼີ​​ໂດຍ​​ໃນ​ນາມ "ກອງທັບ​ສະຫະ​ປະຊາ​ຊາດ" ໃນ​ຄາວ​ນັ້ນ ໄຂ​ກອງ​ປະຊຸມລັດຖະມົນຕີ​ກ່ຽວ​ກັບ​ບັນຫາ​ນິວ​ເຄລຍ​ແຫຼມ​ເກົາຫຼີຢູ່​ເມືອງ​ແວນ​ຄູ​ເວີ ປະ​ເທດ​ກາ​ນາ​ດາ ​ແລະ ກອງ​ປະຊຸມ​ດັ່ງກ່າວ​ໄດ້​ຮຽກ​ໃຫ້​ປະຊາ​ຄົມ​ໂລກ​ໃຊ້​ຄວາມ​ກົດ​ດັນ​ຕໍ່ ສປປ ​ເກົາຫຼີຢ່າງ​ແຮງ​ທີ່​ສຸດ. ຈີນ​ມີ​ຄວາມ​ຄິດ​ເຫັນແນວ​ໃດ​ຕໍ່​ການ​ກະທຳ​ດັ່ງກ່າວ?

ທ່ານ​ລູ້​ຄ່າງ ກ່າວ​ວ່າ: ​ໃຜໆ​ກໍ​ຮູ້​ດີ​ແລ້ວ​ວ່າ, "ກອງທັບ​ສະຫະ​ປະຊາ​ຊາດ" ນັ້ນ ​ແມ່ນສິ່ງ​ກຳ​ເນີ​ດ​ໃນ​ສະ​ໄໝ​ສົງຄາມ​ເຢັນ ​ແລະ ບໍ່​ສອດຄ່ອງ​ກັບ​ຍຸກ​ສະ​ໄໝ​ມາ​ແຕ່​ດົນ​​ແລ້ວ. ອາ​ເມ​ລິ​ກາ ​ແລະ ກາ​ນາ​ດາ​ໃນ​ຖານະ​ເປັນ​ປະ​ເທດ​ຮຽກປະຊຸມ ​ແລະ ໄຂ​ກອງ​ປະຊຸມ​ໂດຍ​​ໃນນາມປະ​ເທດ​ເຂົ້າຮ່ວມ "ກອງທັບ​ສະຫະ​ປະຊາ​ຊາດ" ນັ້ນ, ​ເປັນທີ່ຈະ​ແຈ້ງວ່າ​ແມ່ນ​ແນວ​ຄິດ​ສົງຄາມ​ເຢັນ ​ແລະ​​ຈະ​ເປັນ​ການ​​ແບ່ງ​ແຍກ​ປະຊາ​ຄົມ​ໂລກ​ ທັງ​ເປັນ​ການ​ທຳຮ້າຍ​ຄວາມ​ພະຍາຍາມ​ຮ່ວມ​ເພື່ອ​ຊຸກຍູ້​ການ​ແກ້​ໄຂ​ບັນຫາ​ນິວ​ເຄລຍ​ແຫຼມ​ເກົາຫຼີຢ່າງ​ເໝາະ​ສົມ.

ທ່ານ​ລູ້​ຄ່າງ ກ່າວ​ຕື່ມ​ວ່າ: ຫຼັກໝັ້ນຂອງຈີນ​ໃນ​ບັນຫາ​ນິວ​ເຄລຍ​ແຫຼມ​ເກົາຫຼີນັ້ນບໍ່​ມີ​ການ​ປ່ຽນ​ແປງ​ແຕ່​ຢ່າງ​ໃດ ຄື ພວກ​ຂ້າພະ​ເຈົ້າຍຶດໝັ້ນການ​ປອດ​ນິວ​ເຄລຍຢູ່​ແຫຼມ​ເກົາຫຼີ ​ແລະ​ຍຶດໝັ້ນການປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຢູ່​ແຫຼມ​ເກົາຫຼີຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ ຍຶດໝັ້ນ​ແກ້​ໄຂ​ບັນຫາ​ແຫຼມ​ເກົາຫຼີ​ໂດຍ​ຜ່ານ​ການ​ສົນທະນາ​ແລະ​ປຶກສາ​ຫາລືກັນ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ